ຮອງນາຍົກລັດຖະມົນຕີໄປຢ້ຽມຢາມມອບຂອງຂວັນໃຫ້ບັນດາຄອບຄົວນະໂຍບາຍ

ຮອງນາຍົກລັດຖະມົນຕີໄປຢ້ຽມຢາມມອບຂອງຂວັນໃຫ້ບັນດາຄອບຄົວນະໂຍບາຍ - ảnh 1
ທ່ານຟ້າ​ມບິ່ງ​ມິ​ງ ມອບ​ຂອງຂວັນ​ໃຫ້​ບັນດາ​ຄອບຄົວ​ນະ​ໂຍບາຍ
(ພາບ: ໜັງສືພິມ ນາມດິງ)

(vovworld) - ວັນ​ທີ 24/1, ກຳມະການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ ຟ້າ​ມບິ່ງ​ມິ​ງ ພ້ອມ​ກັບ​ການ​ນຳ​ແຂວງ ນາມ​ດິ້ງ​ໄດ້ໄປ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້​ບັນດາ​ຄອບຄົວ​ນະ​ໂຍບາຍ, ຄອບຄົວ​ທີ່​ທຸກ​ຍາກ, ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ຢູ່​ເມືອງ ຊວນ​ເຈື່ອງ, ທ່ານຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ​ໄດ້​ມອບ​ຂອງຂວັນ 100 ພູດ​ໃຫ້​ບັນດາ​ຄອບຄົວ​ທີ່​ຂຶ້ນ​ກັບ​ຕາ​ແສງ ຊວນ​ຮົ່ງ ​ແລະ ຊວນ​ງອກ; ມາ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້​ບັນດາ​ຄອບຄົວ​ນະ​ໂຍບາຍ. ​ແບ່ງປັນ​ກັບ​ປະຊາຊົນ​ກ່ຽວ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ລຳບາກ​ໃນ​ການ​ດຳລົງ​ຊີວິດ. ທ່ານຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ​ສະ​ເໜີ​ຄະນະ​ພັກ, ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ​ຂອງ​ແຂວງ ນາມ​ດິ້ງ ຈົ່ງ​ສືບ​ຕໍ່​ເອົາ​ໃຈ​ໃສ່​ກວ່າ​ອີກ​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ​ໂດຍ​ສະ​ເພາະ​ແມ່ນ​ແມ່ນ​ບັນດາ​ເປົ້າ​ໝາຍ​ນະ​ໂຍບາຍ, ບໍ່​ປະ​ໃຫ້​ບັນດາ​ຄອບຄົວ​ຕ້ອນຮັບ​ບຸນ​ເຕັດ​ໃນ​ສະພາບ​ຂາດ​ເຂີນ.

ຂ່າວ/ບົດ​ອື່ນ