ຮອງປະທານປະເທດດັ້ງທິງອກທິ້ງຕ້ອນຮັບຄະນະຜູ້ແທນມີຄຸນງາມຄວາມດີຕໍ່ການປະຕິວັດແຂວງຫວີງລອງ

ຮອງປະທານປະເທດດັ້ງທິງອກທິ້ງຕ້ອນຮັບຄະນະຜູ້ແທນມີຄຸນງາມຄວາມດີຕໍ່ການປະຕິວັດແຂວງຫວີງລອງ - ảnh 1
ການພົບປະສັງສັນໃນວັນທີ 19/8
(ພາບ: ສຳນັກຂ່າວສານ ຫວຽດນາມ)

(vovworld) - ທີ່​ການ​ຕ້ອນຮັບ​ໃນ​ຕອນ​ເຊົ້າ​ວັນ​ທີ 19/8, ທີ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ດັ້ງ​ທິງ​ອກທິ້ງ ຊີ້​ແຈ້ງວ່າ ພັກ, ລັດ ​ແລະ ປະຊາຊົນ​ ຫວຽດນາມ ຍາ​ມ​ໃດ​ກໍ່​ຈົດ​ຈຳ​ບັນດາ​ການ​ເສຍ​ສະຫຼະ​ຊີວິດ, ການ​ອຸ​ທິດສ່ວນ​ອັນ​ໃຫຍ່​ຫຼວງ​ຂອງ​ບັນດາ​ນັກ​ວິລະ​ຊົນ​ເສ​ຍສະຫຼະ​ຊີວິດ​ເພື່ອ​ຊາດ, ບັນດາ​ແມ່ ຫວຽດນາມ ວິລະ​ຊົນ​, ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ໃນ​ທົ່ວ​ປະ​ເທດ​ເວົ້າ​ລວມ, ​ແຂວງ ຫວີງ​ລອງ ​ເວົ້າ​ສະ​ເພາະ, ​ໄດ້​ປະກອບ​​ໃຫ້​ແກ່​ພາລະ​ກິດ​ຕໍ່ສູ້​ຍາດ​ເອົາ​ເອກະລາດ, ​​ທ້ອນ​ໂຮມປະ​ເທດ​ຊາດ​ເປັນ​ເອກະ​ພາບ, ກໍ່​ຄື​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ພັກ, ລັດ​ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່ ​ແລ​ະ ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ເບິ່ງ​ແຍງ​ດູ​ແລ, ຍົກ​ສູງ​ຊີວິດ​ທາງ​ດ້ານ​ວັດ​ຖຸ, ຈິດ​ໃຈ​ໃຫ້​ແກ່​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ. ທ່ານ​ນາງ ດັ້ງ​ທິງ​ອກທິ້ງ ສະ​ເໜີ​ໃຫ້​ແຂວງ ຫວີງລອງ ​ເສີມ​ຂະຫຍາຍ​ບັນດາ​ຜົນງານ ​ແລະ ທ່າ​ແຮງ​ຂອງ​ທ້ອງ​ຖິ່ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ຮ່ວມ​​ແຮງ​ຮ່ວມ​​ໃຈ​ພ້ອມ​ກັບ​ທ່ົວ​ພັກ, ທົ່ວ​ປວງ​ຊົນ​ໃນ​ໄລຍະ​ຈະ​ມາ​ເຖິງປະຕິບັດ​ວຽກ​ງານ​ຕອບ​ບຸນ​ແທນ​ຄຸນ​​ໃຫ້​ດີ​ກ່ວາ​ອີກ.


ຂ່າວ/ບົດ​ອື່ນ