ຮອງປະທານປະເທດດັ້ງທິງອັກທິ້ງຕ້ອນຮັບປະທານສະມາຄົມມິດຕະພາບລາວ-ຫວຽດນາມ

(VOVWORLD) -ຕອນເຊົ້າວັນທີ 21 ມິຖຸນາ, ຢູ່ນະຄອນຫຼວງວຽງຈັນ, ໂດຍສືບຕໍ່ການຢ້ຽມຢາມປະເທດສປປ.ລາວ ຢ່າງເປັນທາງການ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ໄດ້ໃຫ້ການຕ້ອນຮັບທ່ານ ວິໄລວົງ ບຸດດາຄຳ, ປະທານສູນກາງສະມາຄົມມິດຕະພາບລາວ - ຫວຽດນາມ, ຫົວໜ້າກຳມາທິການການເງິນ, ງົບປະມານ, ກວດສອບຂອງສະພາແຫ່ງຊາດລາວ, ເຂົ້າຢ້ຽມຂ່ຳນັບຕາມພິທີການທູດ.

ຮອງປະທານປະເທດດັ້ງທິງອັກທິ້ງຕ້ອນຮັບປະທານສະມາຄົມມິດຕະພາບລາວ-ຫວຽດນາມ - ảnh 1 ທ່ານຮອງປະທານປະເທດດັ້ງທິງອັກທິ້ງຕ້ອນຮັບປະທານສະມາຄົມມິດຕະພາບລາວ-ຫວຽດນາມ

(ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ຢືນຢັນວ່າ, ຍາມໃດພັກ ແລະ ລັດຫວຽດນາມ ກໍສ້າງເງື່ອນໄຂສະດວກໃຫ້ແກ່ສະມາຄົມມິດຕະພາບຫວຽດນາມ - ລາວ ພ້ອມກັນສົມທົບກັບສະມາຄົມມິດຕະພາບລາວ - ຫວຽດນາມ ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່, ຍູ້ແຮງບັນດາການເຄື່ອນໄຫວຮ່ວມມື, ພົວພັນແລກປ່ຽນປະຊາຊົນລະຫວ່າງ 2 ປະເທດ. ທ່ານນາງຮອງປະທານປະເທດ ປາດຖະໜາວ່າ, ໃນໄລຍະຈະມາເຖິງ 2 ສະມາຄົມມິດຕະພາບ ສືບຕໍ່ສົມທົບກັນ ເປັນຢ່າງດີກວ່າກ່ຽວກັບວຽກງານໂຄສະນາກ່ຽວກັບນ້ຳໃຈສາມັກຄີແບບພິເສດຫວຽດນາມ - ລາວ ໃຫ້ປະຊາຊົນທຸກຊັ້ນວັນນະ, ພິເສດແມ່ນລຸ້ນໜຸ່ມຂອງ 2 ປະເທດ.

      ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ເຂົ້າຮ່ວມພິທີອຳລາ ໂດຍທ່ານ ພັນຄຳ ວິພາວັນ, ຮອງປະທານປະເທດລາວ ເປັນປະທານ, ສິ້ນສຸດການຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງວຽງຈັນ 2 ວັນຢ່າງຈົບງາມ, ເດີນທາງໄປຢ້ຽມຢາມແຂວງ ຫຼວງພະບາງ.

      ຕອນບ່າຍວັນດຽວກັນ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ແລະ ຄະນະຜູ້ແທນໄດ້ໄປຮອດຫຼວງພະບາງ, ເລີ່ມຕົ້ນການຢ້ຽມຢາມຕໍ່ໄປໃນຂອບເຂດການຢ້ຽມຢາມສປປ.ລາວ ຢ່າງເປັນທາງການ. ທີ່ການຕ້ອນຮັບທ່ານ ຄຳຂັນ ຈັນທະວິສຸກ, ເລຂາພັກແຂວງ, ເຈົ້າແຂວງໆຫຼວງພະບາງ, ທ່ານນາງຮອງປະທານປະເທດ ຢືນຢັນວ່າ, ບົນຈິດໃຈຍາມໃດກໍ່ຖືເປັນສຳຄັນ ແລະ ສະຫງວນບຸລິມະສິດສູງທີ່ສຸດໃຫ້ແກ່ການປັບປຸງ ແລະ ເພີ່ມທະວີການພົວພັນຫວຽດນາມ - ລາວ, ພັກ ແລະ ລັດຫວຽດນາມ ຍາມໃດກໍ່ສ້າງທຸກເງື່ອນໄຂສະດວກກ່ຽວກັບກົນໄກ, ນະໂຍບາຍ ເພື່ອຊຸກຍູ້, ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືລະຫວ່າງທ້ອງຖິ່ນຕ່າງໆຂອງ 2 ປະເທດ, ໃນນັ້ນມີບັນດາແຂວງ, ນະຄອນຂອງຫວຽດນາມ ກັບແຂວງຫຼວງພະບາງ.

      ສ່ວນທ່ານ ຄຳຂັນ ຈັນທະວິສຸກ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການເສດຖະກິດ - ສັງຄົມຂອງແຂວງ, ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອອັນລ້ຳຄ່າຂອງບັນດາແຂວງ, ນະຄອນຂອງຫວຽດນາມ ທີ່ສະຫງວນໃຫ້ແຂວງຫຼວງພະບາງ, ປາດຖະໜາຢາກພັດທະນາການພົວພັນຮ່ວມມືກັບທ້ອງຖິ່ນຕ່າງໆຂອງຫວຽດນາມ ກວ່າອີກ, ໂດຍສະເພາະແມ່ນໃນຂົງເຂດທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ