ຮອງປະທານປະເທດດັ້ງທິຫງອ້ກທິ້ງຢ້ຽມຢາມແລະເຮັດວຽກຢູ່ແຟງລັງ

(VOVWORLD) -ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີສ.ແຟງລັງ Juha Sipila, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິຫງອ້ກທິ້ງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງລັດຫວຽດນາມ ໄປຢ້ຽມຢາມສ.ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 16 ຕຸລາ.

ຮອງປະທານປະເທດດັ້ງທິຫງອ້ກທິ້ງຢ້ຽມຢາມແລະເຮັດວຽກຢູ່ແຟງລັງ - ảnh 1 ທ່ານນາງຮອງປະທານປະເທດດັ້ງທິຫງອ້ກທິ້ງ

ເຮັດວຽກກັບທ່ານນາຍົກລັດຖະມົນຕີແຟງລັງ Juha Sipila

(ພາບ: TTXVN)

ໃນຂອບເຂດການຢ້ຽມຢາມຢູ່ແຟງລັງ, ວັນທີ 17 ຕຸລາ, ທ່ານນາງຮອງປະທານປະເທດດັ້ງທິຫງອ້ກທິ້ງ ໄດ້ມີການເຮັດວຽກກັບທ່ານນາຍົກລັດຖະມົນຕີແຟງລັງ Juha Sipila ແລະ ພົບປະເຈລະຈາກັບທ່ານນາງປະທານສະພາແຫ່ງຊາດ Maria Lohela.

        ທີ່ການເຮັດວຽກກັບທ່ານນາຍົກລັດຖະມົນຕີ ແຟງລັງ Juha Sipila, ທ່ານນາງຮອງປະທານປະເທດ ດັ້ງທິຫງອ້ກທິ້ງ ສະເໜີໃຫ້ແຟງລັງ ຕັ້ງໜ້າສະໜັບສະໜູນການພົວພັນຫວຽດນາມ - ອີຢູ, ໂດຍສະເພາະແມ່ນເລື່ອງ 2 ຝ່າຍລົງນາມ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA) ໂດຍໄວ. ສ່ວນທ່ານນາຍົກລັດຖະມົນຕີ Juha Sipila ຢືນຢັນວ່າ, ແຟງລັງ ປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານກັບຫວຽດນາມ ແລະ ຖືວ່າ, EVFTA ຈະນຳມາເຊິ່ງຜົນປະໂຫຍດຫຼາຍຢ່າງໃຫ້ແກ່ວິສາຫະກິດຫວຽດນາມ ແລະ ບັນດາປະເທດສະມາຊິກອີຢູ, ໃນນັ້ນມີແຟງລັງ.

        ທີ່ການພົບປະເຈລະຈາກັບທ່ານນາງປະທານສະພາແຫ່ງຊາດແຟງລັງ Maria Lohela, ທ່ານນາງຮອງປະທານປະເທດ ດັ້ງທິຫງອ້ກທິ້ງ ຢືນຢັນວ່າ, ລັດຖະບານຫວຽດນາມ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບແຟງລັງ ໃນການສ້າງບັນດາໂຄງການເພື່ອນຳໃຊ້ແຫຼ່ງທຶນ ODA ຢ່າງມີປະສິດທິຜົນ. ສ່ວນທ່ານນາງ Maria Lohela ຢືນຢັນວ່າ, ສະພາແຫ່ງຊາດແຟງລັງ ຍາມໃດກໍ່ເອົາໃຈໃສ່ຊຸກຍູ້ການພົວພັນກັບຫວຽດນາມ ແລະ ຈະສືບຕໍ່ສະໜັບສະໜູນ, ສົ່ງເສີມບັນດາວິສາຫະກິດແຟງລັງ ໄປລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ