ຮອງປະທານປະເທດຫງວຽນທິຢວານຢ້ຽມຢາມລາວຢ່າງເປັນທາງການ

 ຮອງປະທານປະເທດຫງວຽນທິຢວານຢ້ຽມຢາມລາວຢ່າງເປັນທາງການ - ảnh 1
(ທ່ານ​ຮອງ​ປະທານ​ປະ​ເທດ ລາວ ບຸນ​ຍັງ ວໍລະ​ຈິດ ແລະ
ທ່ານ​ນາງຮອງ​ປະທານ​ປະ​ເທດ ຫວຽດນາມ ຫງວຽນ​ທິຢວານ)

(vovworld) ໂດຍຮັບ​ຄຳ​ເຊີນ​ຂອງ​ທ່ານ​ຮອງ​ປະທານ​ປະ​ເທດ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ ລາວ ບຸນ​ຍັງ ວໍລະ​ຈິດ, ວັນ​ທີ 15/10, ທ່ານ​ນາງຮອງ​ປະທານ​ປະ​ເທດ ຫວຽດນາມ ຫງວຽນ​ທິຢວານ ​​ເດີນທາງໄປ​ຍັງ ນະຄອນຫລວງ ວຽງ​ຈັນ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ປະ​ເທດ ສປປ ລາວ ຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່ງວັນ​ທີ 15 – 18/10/2015.

        ຕອນ​ບ່າຍ​ວັນ​ທີ 15/10, ພາຍຫລັງ​ພິທີ​ຕ້ອນຮັບ​​ຢູ່ສຳນັກງານ​ປະທານ​ປະ​ເທດ​ ລາວ ຢ່າງ​ເປັນ​ທາງ​ການ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ ບຸນ​ຍັງ ວໍລະ​ຈິດ ຮອງ​ປະທານ​ປະ​ເທດ ສປປ ລາວ. ນະ​ທີ່​ນີ້, ການ​ນຳ 2 ປະ​ເທດ​ຢືນຢັນ​ວ່າ: ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ​ເລື່ອງ​ການປັບປຸງ ​ແລະ ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ, ການຮ່ວມ​ມືຮອບດ້ານ ຫວຽດນາມ - ລາວ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ສືບ​ຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນ​ບັນດາ​ການ​ຢ້ຽ​ມຢາມ​ລະຫວ່າງ​ກາ​ນນຳ​ຂັ້ນ​ສູງ 2 ປະ​ເທດ; ຍູ​້​ແຮງ​ການຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ຂອງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ ​ແລະ ບັນດາ​ກົນ​ໄກ​ຮ່ວມ​ມື​ສຳຄັນ​ລະຫວ່າງ 2 ປະ​ເທດ​ຢ່າງ​ມີ​ປະສິດທິ​ຜົ​ນ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ເພີ່ມ​ທະວີ​ການ​ຮ່ວມ​ມື​​ດ້ານປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ; ຜັນ​ຂະຫຍາຍ​ສັນຍາ​ການ​ຄ້າ​ໃໝ່ ​ແລະ ສັນຍາ​ການ​ຄ້າ​ຊາຍ​ແດນ ຫວຽດນາມ - ລາວ ຢ່າງ​ມີ​ປະສິດທິ​ຜົນ; ຍູ້​ແຮງ​ແລກປ່ຽນ​ການ​ຄ້າ​ໃນ​ທ້າຍ​ປີ 2015; ຕັ້ງໜ້າ​ສົມທົບ​ກັນ ກໍ່ສ້າງ ​ແລະ ຜັນ​ຂະຫຍາຍ “​ແຜນ​ສັງ​ລວມພັດທະນາ​ການ​ຄ້າ​ຊາຍ​ແດນ ຫວຽດນາມ - ລາວ ຮອດ​ປີ 2025 ​ແລ​ະ ວິ​ໄສ​ທັດ​ຮອດ​ປີ 2035” ​ແລະ “ວາງ​ແຜນກຳນົດ​ພັດທະນາ​ຕາໜ່າງຕະຫລາດ​ເຂດ​ຊາຍ​​ແດນ ຫວຽດນາມ - ລາວ ຮອດ​ປີ 2020”…2 ຝ່າຍ​ເຫັນ​ດີ​ສືບ​ຕໍ່​ເພີ່ມ​ທະວີ​ການ​ພົວພັນ​ອັນ​ດີ​ງາມ​ຢູ່​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ​ພາກ​ພື້ນ; ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ປະ​ເທດ ອາ​ຊຽນ ​ໃຫ້​ສຳ​ເລັດອື່ນໆ ​ເພື່ອ​ສ້າງ​ປະຊາ​ຄົ​ມ ອາ​ຊຽນ ​ໃນ​ທ້າຍ​ປີ​ນີ້​; ພ້ອມ​ກັນ​ນັ້ນ ກໍ່ຮັກສາ​ບົດບາດ​ເປັນ​ໃຈກາງ ​ແລະ ສຽງ​ເວົ້າ​ລວມຂອງ ອາ​ຊຽນ ​ໃນ​ບັນດາ​ບັນຫາ​ຍຸດ​ທະ​ສາດ​ສຳຄັນ​ຂອງ​ພາກ​ພື້ນ, ​ໃນ​ນັ້ນ​ມີ​ບັນຫາທະ​ເລ​ຕາ​ເວັນ​ອ​ອກ.

        ​ແລະກໍ່​ໃນ​ຕອນ​ບ່າຍ​ວັນ​ທີ 15/10. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ເລຂາທິການ​ໃຫຍ່ ປະທານ​ປະ​ເທດ ລາວ ຈູມມາ​ລີ ​ໄຊ​ຍະ​ສອນ ​ແລະ ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ສິງ ທຳ​ມະ​ວົງ.

 


ຂ່າວ/ບົດ​ອື່ນ