ຮອງປະທານປະເທດຫງວຽນທິຢວານຢ້ຽມຢາມແລະອວຍພອນບຸນເຕັດບາງທ້ອງຖິ່ນ,ຫົວໜ່ວຍ

ຮອງປະທານປະເທດຫງວຽນທິຢວານຢ້ຽມຢາມແລະອວຍພອນບຸນເຕັດບາງທ້ອງຖິ່ນ,ຫົວໜ່ວຍ - ảnh 1
ທ່ານ​ນາງ ຫງວຽນ​ທິຢວານ ​ອວຍພອນ​ບຸນ​ເຕັດ​
ປະຊາຊົນ​ແຂວງ ຮ່າ​ນາມ ​
(ພາບ: Bao Ha Nam)

(vovworld) - ​ ​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ​ປີວ​ອກ 2016, ວັນ​ທີ 04/02, ທ່ານ​ນາງຮອງ​ປະທານ​ປະ​ເທດ ຫວຽດນາມ ຫງວຽນ​ທິຢວານ ​ໄດ້​ລົງ​ຢ້ຽມຢາມ ​ແລະ ອວຍພອນ​ບຸນ​ເຕັດ​ອົງຄະ​ນະ​ພັກ, ອ​ຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ແຂວງ ຮ່າ​ນາມ ​ແລະ ບັນດາທ່ານໝໍ, ບັນດາ​ເດັກນ້ອຍ​ເຈັບ​ເປັນ​ຢູ່​ໂຮງໝໍ K (ຮ່າ​ໂນ້ຍ). ​ເມື່ອຢ້ຽມຢາມ ​ແລະ ອວຍພອນ​ບຸນ​ເຕັດ​ຢູ່​ແຂວງ ຮ່າ​ນາມ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ​ ສະ​ເໜີ​ອົງຄະ​ນະ​ພັກ, ປະຊາຊົນ​ແຂວງ ຮ່າ​ນາ​ມ ສືບ​ຕໍ່​ສາມັກຄີ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ມານະ​ພະຍາຍາມ​ສຳ​​ເລັດ​ບັນດາ​ຄາດໝາຍ​ເສດຖະກິດ - ສັງຄົມ​ຂອງ​ແຂວງ​ທີ່​ໄດ້​ວາງ​ອອກ​ໃນ​ປີ 2016​ໃຫ້​ດີ​ເດັ່ນ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ກໍ່​ໃສ່​ໃຈ​ວ່າ ແຂວງ ຮ່າ​ນາມ ຕ້ອງ​ເອົາ​ໃຈ​ໃສ່​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວວັດທະນະທ​ຳດ້ານ​ຈິດ​ໃຈ​ໃຫ້​ປະຊາຊົນ​ໃນ​ບຸນ​ເຕັດ​​ເປັນ​ຢ່າງດີ, ຮັບປະກັນ​​ໃຫ້ທຸກ​ຄົນ, ທຸກ​ຄອບຄົວ​ລ້ອນ​ແຕ່​​ໄດ້ຕ້ອນຮັບ​ບຸນປີ​ໃໝ່ຢ່າງ​ເບີກ​ບານ​ມ່ວນ​ຊື່ນ, ປອດ​ໄພ, ປອດ​ໃສ ​ແລະ ປະຢັດ.

        ​ເມື່ອ​ຢ້ຽມຢາມ ​ແລະ ອວຍພອນ​ບຸນ​ເຕັດ​ບັນດາ​ພະນັກງານ​ຂະ​ແໜງສາທາລະນະ​ສຸກ​ຢູ່​ໂຮງໝໍ K (ຮ່າ​ໂນ້ຍ), ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ ຫງວຽນ​ທິຢວານ ສະ​ເໜີບັນດາ​ພະນັກ​ງານ​ການ​ແພດ​ໂຮງໝໍ K ​ເສີມ​ຂະຫຍາຍ​ຈິດ​ໃຈ, ​ແພດ​ໝໍ​ປຽບ​ເໝືອນ​ແມ່​ຜູ້​ໃຈ​ບຸນ, ຮັບ​ໃຊ້​ຄົນ​ເຈັບ​ຢ່າງ​ສຸດ​ຈິດ​ສຸດ​ໃຈ.

ຂ່າວ/ບົດ​ອື່ນ