ຮອງປະທານປະເທດຫວຽດນາມ ດັ້ງທິຫງອກທິ້ງ ພົບປະກັບປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້

(VOVWORLD) -ໃນຂອບເຂດການເຄື່ອນໄຫວຢ້ຽມຢາມລາວ, ວັນທີ 20 ມິຖຸນາ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິຫງອກທິ້ງ ໄດ້ມີການພົບປະກັບທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້
ຮອງປະທານປະເທດຫວຽດນາມ ດັ້ງທິຫງອກທິ້ງ ພົບປະກັບປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ - ảnh 1ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິຫງອກທິ້ງ ແລະ ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ 

2 ຝ່າຍໄດ້ຕີລາຄາສູງບັນດາການເຄື່ອນໄຫວແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນວິຊາຊີບ ແລະ ບັນດາອົງການຂອງສະພາແຫ່ງຊາດຂອງ 2 ປະເທດ ກໍຄືການສົມທົບກັນຢ່າງມີປະສິດທິຜົນໃນບັນດາການເຄື່ອນໄຫວພົວພັນສະພາແຫ່ງຊາດກັບສາກົນ, ພິເສດແມ່ນໃນບັນດາເວທີປາໄສລະດັບພາກພື້ນ ແລະ ສາກົນເຊັ່ນ : AIPA, IPU.

    ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິຫງອກທິ້ງ ສະເໜີ 2 ຝ່າຍເພີ່ມທະວີການສົມທົບກັນໃນການສ້າງລະບົບກົດຫມາຍຂອງແຕ່ລະປະເທດໃຫ້ສົມບູນແບບ ກໍຄືໃນການຕິດຕາມກວດກາການປະຕິບັດກົດໝາຍ. ສ່ວນທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ ເນັ້ນໜັກວ່າ ໃນສະພາບການໂລກ ແລະ ພາກພື້ນທີ່ມີການຜັນແປທີ່ສັບສົນຄືໃນປະຈຸບັນ,  ພັກ, ລັດ, ສະພາແຫ່ງຊາດ ແລະ ປະຊາຊົນຂອງ 2 ປະເທດຈົ່ງພ້ອມກັນ ຮັກສາ, ແລະ ເສີມຂະຫຍາຍສາຍພົວພັນທີ່ມີມາແຕ່ດົນນານ, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດໃນທຸກໆຂົງເຂດ.

    ໃນວັນດຽວກັນ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິຫງອກທິ້ງ ໄດ້ໃຫ້ການຕ້ອນຮັບ ທ່ານນາງອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ.

ຕອບກັບ

ຂ່າວ/ບົດ​ອື່ນ