ຮອງປະທານປະເທດຫວຽດນາມ ດັ້ງທິຫງອກທິ້ງຢ້ຽມຢາມ ແລະ ເຮັດວຽກຢູ່ລິດວາ

(VOVWORLD) -     ໂດຍຕອບສະໜອງຕາມຄຳເຊີນຂອງປະທານາທິບໍດີ ສ. ລິດວາ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິຫງອກທິ້ງ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ລິດວາ ແຕ່ວັນທີ 22 ຫາວັນທີ 24 ຕຸລາ
    ຮອງປະທານປະເທດຫວຽດນາມ ດັ້ງທິຫງອກທິ້ງຢ້ຽມຢາມ ແລະ ເຮັດວຽກຢູ່ລິດວາ - ảnh 1ຮອງປະທານປະເທດຫວຽດນາມ ດັ້ງທິຫງອກທິ້ງ ໄດ້ມີການເຈລະຈາກັບປະທານາທິບໍດີ ສ. ລິດວາ Grybauskaite  

ຕອນເຊົ້າວັນທີ 23 ຕຸລາ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິຫງອກທິ້ງ ໄດ້ມີການເຈລະຈາກັບປະທານາທິບໍດີ ສ. ລິດວາ Grybauskaite  ແລະ ພົບປະກັບປະທານສະພາແຫ່ງຊາດ ລິດວາ Pranckietis .

     ທີ່ການເຈລະຈາກັບ ປະທານາທິບໍດີ ສ. ລິດວາ Grybauskaite, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິຫງອກທິ້ງ ສະເໜີ 2 ຝ່າຍເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ- ການຄ້າ, ການລົງທຶນ. ສ່ວນປະທານາທິບໍດີ ສ. ລິດວາ Grybauskaite ຢືນຢັນ ຖືເປັນສຳຄັນການພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອກັບຫວຽດນາມ, ສະເໜີ 2 ຝ່າຍຈົ່ງຮ່ວມມືກັນໃນຂົງເຂດອຸດສາຫະກຳຜະລິດຄືນໃໝ່, ປ່ຽນແປງໃຫຍ່ຢ່າງມີຫົວຄິດປະດິດສ້າງ, ພະລັງງານ, ກຳຈັດຂີ້ເຫຍື້ອ, ປຸງແຕ່ງໄມ້….. 

ຕອບກັບ

ຂ່າວ/ບົດ​ອື່ນ