ຮອງປະທານປະ​ເທດ ດັ້ງທິງອັກທິ້ງ ຢ້ຽມຢາມ ສ.ເລັດເວຍ ຢ່າງເປັນທາງການ

(VOVWORLD) - ໃນຂອບເຂດການຢ້ຽມຢາມ ເລັດເວຍ ຢ່າງເປັນທາງການ ແຕ່ວັນທີ 19 – 21 ຕຸລາ, ວັນທີ 19 ຕຸລາ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ໄດ້ເຂົ້າຢ້ຽມຂ່ຳນັບກັບທ່ານປະທານາທິບໍດີ ສ. ເລັດເວຍ Raimonds Vejonis. 

ຮອງປະທານປະ​ເທດ ດັ້ງທິງອັກທິ້ງ ຢ້ຽມຢາມ ສ.ເລັດເວຍ ຢ່າງເປັນທາງການ - ảnh 1ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ  ແລະ ທ່ານປະທານາທິບໍດີ ສ. ເລັດເວຍ Raimonds Vejonis

(ພາບ: ສຳນັກຂ່າວສານ ຫວຽດນາມ)

ທີ່ການພົບປະ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ຕີລາຄາສູງບັນດາບາດກ້າວພັດທະນາຕັ້ງໜ້າໃນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານກັບ ຫວຽດນາມ ແລະ ເລັດເວຍ ໃນໄລຍະຜ່ານມາ, ພິເສດແມ່ນການຮ່ວມມືເສດຖະກິດ - ການຄ້າ. ທ່ານນາງຮອງປະທານປະເທດ ສະເໜີໃຫ້ 2 ຝ່າຍລົງນາມໃນສັນຍາຍົກເວັ້ນວີຊາໃຫ້ຜູ້ມີໜັງສືຜ່ານແດນການທູດ ແລະ ຍົກອອກບັນດາມາດຕະການຮ່ວມມືໃນຂົງເຂດການເມືອງ - ການທູດ, ການຄ້າ - ການລົງທຶນ, ການສຶກສາ - ບຳລຸງສ້າງ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ສະຖານກົງສູນ…

        ທ່ານປະທານາທິບໍດີ Raimonds Vejonis ຢືນຢັນວ່າ ເລັດເວຍ ພ້ອມແລ້ວທີ່ໜູນຊ່ວຍ ຫວຽດນາມ ເພີ່ມທະວີການພົວພັນກັບ ສະຫະພາບເອີລົບ ( ອີຢູ) ແລະ ສະແດງຄວາມປິຕິຊົມຊື່ນກ່ຽວກັບເລື່ອງ ຫວຽດນາມ ແລະ ອີຢູ ໄດ້ປະຕິບັດສຳເລັດການເຈລະຈາສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA), ຫວັງວ່າສັນຍາຈະໄດ້ຮັບການລົງນາມ ແລະ ໃຫ້ສັດຕະຍາບັນໂດຍໄວ, ສ້າງພື້ນຖານໃຫ້ການຮ່ວມມືໃນອະນາຄົດລະຫວ່າງ ຫວຽດນາມ ແລະ ອີຢູ, ໃນນັ້ນມີ ເລັດເວຍ. ການນຳ 2 ປະເທດເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການສົມທົບກັນບົນເວທີສາກົນ ແລະ ພາກພື້ນ, ພິເສດແມ່ນໃນຂອບເຂດ ສປຊ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຍູ້ແຮງການຮ່ວມມືໃນຂົງເຂດສຶກສາ ແລະ ວິທະຍາສາດ - ເຕັກໂນໂລຢີ.

ຕອບກັບ

ຂ່າວ/ບົດ​ອື່ນ