ຮອງປະທານສະພາແຫ່ງຊາດ ຕ່ອງທິຟອງ ພົບປະແລກປ່ຽນກັບ ຮອງປະທານສະພາຕ່ຳສະຫະພັນລັດເຊຍ

(VOVWORLD) - ຕອນຄ່ຳວັນທີ 16 ກັນຍາ, ຢູ່ນະຄອນຫຼວງມານີລາ, ຟີລິບປິນ, ຢູ່ນອກກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 38 (AIPA-38), ທ່ານ ນາງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟອງ ແລະ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ

ຮອງປະທານສະພາແຫ່ງຊາດ ຕ່ອງທິຟອງ ພົບປະແລກປ່ຽນກັບ ຮອງປະທານສະພາຕ່ຳສະຫະພັນລັດເຊຍ - ảnh 1ທ່ານນາງ ຕ່ອງທິຟອງ ພົບປະແລກປ່ຽນກັບ ທ່ານ ນາງ Olga Epifanova (ພາບ: TTXVN)

ໄດ້ພົບປະແລກປ່ຽນສອງຝ່າຍກັບ ຫົວໜ້າຄະນະຜູ້ແທນສະຫະພັນລັດເຊຍ, ຮອງປະທານ Duma ແຫ່ງຊາດ (ສະພາຕ່ຳ), ທ່ານ ນາງ Olga Epifanova.

ທ່ານ ນາງ ຮອງປະທານສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟອງ ໄດ້ຕີລາຄາວ່າ ການພົວພັນຮ່ວມມືຍຸດທະສາດ ແລະ ການເປັນເພື່ອນມິດອັນເປັນມູນເຊື້ອລະຫວ່າງ ຫວຽດນາມ - ສະຫະພັນລັດເຊຍ ໄລຍະຜ່ານມາໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ. ທ່ານ ນາງ ຮອງປະທານສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟອງ ຖືວ່າການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງຝ່າຍ ແມ່ນບາດກ້າວການພັດທະນາໃໝ່ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາຂອງສອງຝ່າຍ ແລະ ຄວາມມຸ່ງມາດປາຖະໜາຂອງປະຊາຊົນສອງປະເທດ. ສອງຝ່າຍໄດ້ສະໜັບສະໜູນເຊິ່ງກັນ ແລະ ກັນຢ່າງຕັ້ງໜ້າຢູ່ບັນດາເວທີປາໄສສາກົນຄື ຂອງກອງປະຊຸມສະຫະພັນລັດຖະສະພາສາກົນ (IPU), ເວທີປາໄສລັດຖະສະພາ ອາຊີ - ປາຊີຟິກ (APPF) ແລະ ກອງປະຊຸມສະມັດໃຫຍ່ລັດຖະສະພາແຫ່ງຊາດ ອາຊຽນ (AIPA). ທ່ານ ນາງ ຮອງປະທານສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟອງ ສະເໜີວ່າໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ຍູ້ແຮງການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ, ບັນດາຄະນະກຳມາທິການ, ກຸ່ມສະມາຊິກລັດຖະສະພາສະພາມິດຕະພາບ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ແລກປ່ຽນບົດຮຽນໃນບັນດາການເຄື່ອນໄຫວຂອງລັດຖະສະພາ; ພ້ອມທັງຄວນສືບຕໍ່ເສີມຂະຫຍາຍກົນໄກການປຶກສາຫາລື, ສົມທົບກັນຢູ່ບັນດາເວທີປາ ໄສລັດຖະສະພາຫຼາຍຝ່າຍຢ່າງແໜ້ນແຟ້ນ.

ສ່ວນ ທ່ານ ນາງ ຮອງປະທານສະພາຕ່ຳແຫ່ງສະຫະພັນລັດເຊຍ Olga Epifanova ໄດ້ສະເໜີວ່າ ສອງຝ່າຍຄວນຍູ້ແຮງການພົວພັນໃນທຸກຂົງເຂດ. ພ້ອມກັນນັ້ນ, ສອງຝ່າຍຄວນຊຸກຍູ້ການພົບປະແລກປ່ຽນຂອງປະຊາຊົນ ເພື່ອເພີ່ມທະວີການພົວພັນສອງຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ