ຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ລ້າງເຊີນ

(VOVWORLD) - ທ່ານຮອງປະທານສະພາແຫ່ງຊາດ ໄດ້ເນັ້ນໜັກວ່າ ໄລຍະຈະມາເຖິງ, ເມືອງ ບັກເຊີນສືບຕໍ່ສຸມໃສ່ພັດທະນາເສດຖະກິດແບບຍືນຍົງຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ, ເອົາໃຈໃສ່ເຂົ້າໃນບັນດາຜະລິດຕະພັນໃຫ້ມີຄຸນນະພາບ
ຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ລ້າງເຊີນ - ảnh 1ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ເຮັດວຽກຢູ່ ລ້າງເຊີນ

ວັນທີ 25 ກັນຍາ, ທ່ານນາງ ຕ່ອງທິຟ໋ອງ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງ ບັກເຊີນ, ແຂວງ ລ້າງເຊີນ. ນະທີ່ນີ້, ທ່ານຮອງປະທານສະພາແຫ່ງຊາດ ໄດ້ເນັ້ນໜັກວ່າ ໄລຍະຈະມາເຖິງ, ເມືອງ ບັກເຊີນສືບຕໍ່ສຸມໃສ່ພັດທະນາເສດຖະກິດແບບຍືນຍົງຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ, ເອົາໃຈໃສ່ເຂົ້າໃນບັນດາຜະລິດຕະພັນໃຫ້ມີຄຸນນະພາບ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງ ຂອງທ້ອງຖິ່ນ, ປະຕິບັດວຽກງານປົກປ້ອງ ແລະ ພັດທະນາປ່າ ເປັນຢ່າງດີ; ເອົາໃຈໃສ່ເຖິງວຽກງານໜູນຊ່ວຍຊີວິດສັງຄົມ, ການສຶກສາ, ສາທາລະນະສຸກ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ.

        ຢູ່ແຂວງ ລ້າງເຊີນ, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ໄດ້ໄປຖະຫວາຍທູບທຽນຢູ່ ອະນຸສາວາລີກອງຫຼອນ ບັກເຊີນ, ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ໂຮງຮຽນອະນຸບານ ຕາແສງ ເຈີ໋ນອຽນ ແລະ ໂຮງຮຽນມັດທະຍົມຕອນຕົ້ນກິນນອນຊົນເຜົ່າ ເມືອງ ບັກເຊີນ.

ຕອບກັບ

ຂ່າວ/ບົດ​ອື່ນ