ຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ສິ້ນສຸດການຢ້ຽມຢາມ ກູບາ ຢ່າງເປັນທາງການຢ່າງຈົບງາມ

ຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ສິ້ນສຸດການຢ້ຽມຢາມ ກູບາ ຢ່າງເປັນທາງການຢ່າງຈົບງາມ - ảnh 1
ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຕ່ອງ​ທິ​ຟ໋ອງ ແລະ ທ່ານ Raul Castro Ruz, ເລ​ຂາ​ຜູ້​ທ​ີ​ໜຶ່ງ ພັກ​ກອມ​ມູ​ນິດ ກູ​ບາ

(vovworld) - ​​​​​ ​​ວັນ​ທີ 19/2, ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຕ່ອງ​ທິ​ຟ໋ອງ ໄດ້​ເດີນ​ທາງ​ອອກ​ຈາກ​ນະ​ຄອນຫຼວງ ລາ​ຮາ​ວານ ກັບ​ເມືອ​ປະ​ເທດ, ສິ້ນ​ສຸດ​ການ​ຢ້ຽມ​ຢາມ ກູ​ບາ ຢ່າງ​ເປັນ​ທາງ​ການ​ຢ່າງ​ຈົບ​ງາມ. ກ່ອນ​ໜ້ານັ້ນ, ກໍ່​ໃນ​ວັນ​ດຽ​ວ​ກັນ, ຢູ່​ນະ​ຄອນຫຼ​ວງ ລາ​ຮາ​ວານ, ທ່ານ Raul Castro Ruz, ເລ​ຂາ​ຜູ້​ທ​ີ​ໜຶ່ງ ພັກ​ກອມ​ມູ​ນິດ ກູ​ບາ, ປະ​ທານ​ສະ​ພາ​ແຫ່ງ​ລັດ ແລະ ສະ​ພາ​ລັດ​ຖະ​ມົນ​ຕີ ກູ​ບາ ໄດ້​ຕ້ອນ​ຮັບ​ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ. ທ່ານ​ປະ​ທານ ກູ​ບາ Raul Castro Ruz ໄດ້​ສະ​ແດງ​ຄວາມ​ປາດ​ຖະ​ໜາ​ວ່າ: ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ, ນັບ​ທັງ​ບັນ​ດາ​ຄະ​ນະ​ຂັ້ນ​ສູງ, ເພື່ອ​ເພີ່ມ​ທະ​ວີ​ປະ​ສິດ​ທິ​ຜົນ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ແຕ່​ລະ​ຝ່າຍ, ພ້ອມ​ທັງ​ຢັ້ງ​ຢືນ​ວ່າ​ບັນ​ດາ​ບົດ​ຮຽນ​ດ້ານ​ການ​ເມືອງ, ເສດ​ຖະ​ກິດ ແລະ ​ການກໍ່​ສ້າງ​ພັກ​ຂອງ ຫວຽດ​ນາມ ແມ່ນ​ລ​ຳ​້​ຄ່າ​ສຳ​ລັບ ກູ​ບາ.

        ສ່ວນ​ ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຕ່ອງ​ທິ​ຟ໋ອງ ໄດ້​ແຈ້ງ​ໝາກ​ຜົນ​ການ​ເຮັດ​ວຽກ ແລະ ພົບ​ປະ​ກັບ​ທ່ານ​ເລ​ຂາ​ຜູ້​ທີ​ສອງ​ຂອງ​ພັກ​ກອມ​ມູ​ນິດ ກູ​ບາ, ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ແລະ ສ​ະ​ພາ​ລັດ​ຖະ​ມົນ​ຕີ Rose Ramon Machado Ventura, ປະ​ທານ ສະ​ພາ​ແຫ່ງ​ຊາດ Esteban Lazo ໃຫ້​ທ່ານ​ປະ​ທານ Raul Castro Ruz ໄດ້​ຮັບ​ຊາບ. ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ​ຢືນ​​ຢັນຄືນ​ໃໝ່​ຄວາມ​ຕັດ​ສິນ​ໃຈ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ອົງ​ການ​ນິ​ຕິ​ບັນ​ຍັດ​ຂອງ 2 ປະ​ເທດ.


ຂ່າວ/ບົດ​ອື່ນ