ຮອງປະທານສະພາແຫ່ງຊາດ ຕອງທິຟ໋ອງ ເຮັດວຽກກັບແຂວງກວາງຈິ

(VOVWORLD) -ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕອງທິຟ໋ອງ ຕີລາຄາສູງຄວາມມານະພະຍາຍາມຂອງແຂວງກວາງຈິໃນໄລຍະຜ່ານມາ; ພ້ອມທັງ, ຮັບຮູ້ບັນດາການປະກອບຄຳຄິດຄຳເຫັນຂອງທ້ອງຖິ່ນ ເພື່ອຄົ້ນຄວ້າ, ຊອກຫາວິທີແກ້ໄຂບັນດາຄວາມຫຍຸ້ງຍາກ ແລະ ສິ່ງຕິດຄັດ.

ຮອງປະທານສະພາແຫ່ງຊາດ ຕອງທິຟ໋ອງ ເຮັດວຽກກັບແຂວງກວາງຈິ - ảnh 1 ລາຍການສະແດງສິລະປະ “ສາຍຈິດມິດໃຈແຄແຊງ”

(ພາບ: Thanh Hieu/VOV)

ຕອນເຊົ້າວັນທີ 17 ມິຖຸນາ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕອງທິຟ໋ອງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງເຮຶ໋ອງຮວ໋າ, ແຂວງກວາງຈິ. ນະທີ່ນີ້, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ໄດ້ມອບຂອງຂວັນ ແລະ ເຮືອນແຫ່ງສາຍຈິດມິດໃຈ 5 ຫຼັງ ໃຫ້ແກ່ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ ແລະ ພໍ່ແມ່ພີ່ນ້ອງເຜົ່າສ່ວນໜ້ອຍ ທີ່ດີເດັ່ນຢູ່ບໍລິເວນເມືອງ ເຮື໋ອງຮວ໋າ ແຂວງກວາງບິງ.

ຕອນບ່າຍວັນດຽວກັນ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ຕອງທິຟ໋ອງ ພ້ອມດ້ວຍຄະນະປະຕິບັດງານ ໄດ້ມີການເຮັດວຽກກັບການນຳແຂວງກວາງຈິ.ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕອງທິຟ໋ອງ ຕີລາຄາສູງຄວາມມານະພະຍາຍາມຂອງແຂວງກວາງຈິໃນໄລຍະຜ່ານມາ; ພ້ອມທັງ, ຮັບຮູ້ບັນດາການປະກອບຄຳຄິດຄຳເຫັນຂອງທ້ອງຖິ່ນ ເພື່ອຄົ້ນຄວ້າ, ຊອກຫາວິທີແກ້ໄຂບັນດາຄວາມຫຍຸ້ງຍາກ ແລະ ສິ່ງຕິດຄັດ.

        ຫຼັງຈາກນັ້ນ, ຕອນຄ່ຳຂອງວັນດຽວກັນ, ທ່ານນາງຕອງທິຟ໋ອງ ພ້ອມດ້ວຍຄະນະປະຕິບັດງານ ໄດ້ເຂົ້າຮ່ວມລາຍການພົບປະແລກປ່ຽນສະແດງສິລະປະ “ສາຍຈິດມິດໃຈແຄແຊງ” ຊຶ່ງໄດ້ຈັດຂຶ້ນຢູ່ຫໍວັດທະນະທຳບັນດາເຜົ່າຢູ່ເທດສະເມືອງ ແຄແຊງ, ເມືອງເຮື໋ອງຮວ໋າ.

        ໃນຂອບເຂດລາຍການດັ່ງກ່າວ, ຄະນະປະຕິບັດງານຂອງສະພາແຫ່ງຊາດ ໄດ້ມອບຈຳນວນເເງິນລວມ 450 ລ້ານດົງ ເພື່ອໜູນຊ່ວຍການກໍ່ສ້າງໂຮງຮຽນອະນຸບານລິງເທື້ອງ, ເມືອງຢໍລິງ, ໜູນຊ່ວຍໃຫ້ບາງຄອບຄົວປຸກສ້າງເຮືອນ, ມອບທຶນການສຶກສາໃຫ້ນັກຮຽນງຊັ້ນປະຖົມທີ່ທຸກຍາກ. ນອກຈາກນັ້ນ, ຄະນະປະຕິບັດງານຍັງແຈກຢາຍເຂົ້າສານໃຫ້ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ, ແຈກຢາຍອຸປະກອນການແພດ ແລະ ແມ່ພັນງົວໃຫ້ຄອບຄົວເປົ້າໝາຍນະໂຍບາຍ ອີກດ້ວຍ. 

ຕອບກັບ

ຂ່າວ/ບົດ​ອື່ນ