ຮອງປະທານສະພາແຫ່ງຊາດ ຟູ່ງກວກຫຽນ ຕ້ອນຮັບປະທານອົງການກວດສອບແຫ່ງລັດລາວ

(VOVWORLD) - ທ່ານ ຟູ່ງກວກຫຽນ, ຮອງປະທານສະພາແຫ່ງຊາດ ໄດ້ໃຫ້ການຕ້ອນຮັບທ່ານນາງ ວຽງທອງ ສີພັນດອນ, ປະທານອົງການກວດສອບແຫ່ງລັດລາວ, ຕອນບ່າຍວັນທີ 19 ຕຸລາ, ທີ່ສຳນັກງານສະພາແຫ່ງຊາດ. 

ຮອງປະທານສະພາແຫ່ງຊາດ ຟູ່ງກວກຫຽນ ຕ້ອນຮັບປະທານອົງການກວດສອບແຫ່ງລັດລາວ - ảnh 1

ທ່ານ ຟູ່ງກວກຫຽນ, ຮອງປະທານສະພາແຫ່ງຊາດ ໄດ້ໃຫ້ການຕ້ອນຮັບທ່ານນາງ ວຽງທອງ ສີພັນດອນ, ປະທານອົງການກວດສອບແຫ່ງລັດລາວ

ທີ່ການຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດ ໄດ້ອວຍພອນໃຫ້ອົງການກວດສອບແຫ່ງລັດ ລາວ ຮັບຜິດຊອບບົດບາດເປັນປະທານຂອງ ASEANSAI (ບັນດາອົງການກວດສອບສູງສຸດ ພາກພື້ນອາຊີຕາເວັນອອກສ່ຽງໃຕ້) ໄລຍະແຕ່ເດືອນ ພະຈິກ 2017 -  ພະຈິກ 2019; ພ້ອມທັງສະເໜີໃຫ້ 2 ອົງການກວດສອບແຫ່ງລັດ 2 ປະເທດສົມທົບກັນຢ່າງແໜ້ນແຟ້ນຈັດຕັ້ງກອງປະຊຸມໃຫຍ່ ASEANSAI ໃນເດືອນ ພະຈິກ ຢູ່ລາວ ແລະ ກອງປະຊຸມໃຫຍ່ ASOSAI (ກອງປະຊຸມໃຫຍ່ຂອງອົງການບັນດາອົງການກວດສອບສູງສຸດອາຊີ) ຄັ້ງທີ 14 ໃນເດືອນ ກັນຍາ 2018 ຢູ່ ຫວຽດນາມ. ສ່ວນທ່ານນາງ ວຽງທອງ ສີພັນດອນ ຫວັງວ່າ ອົງການກວດສອບແຫ່ງລັດ ຫວຽດນາມ ຈະ ສືບຕໍ່ສະໜັບສະໜູນອົງການກວດສອບແຫ່ງລັດ ລາວ ໃນການເຄື່ອນໄຫວສົມທົບລະຫວ່າງຂະແໜງກວດສອບບັນດາປະເທດໃນພາກພື້ນ ອາຊຽນ ກໍ່ຄືພາກພື້ນ ອາຊີ. ໄລຍະຈະມາເຖິງ, ທ່ານນາງ ວຽງທອງ ສີພັນດອນ ປາດຖະໜາວ່າ 2 ຝ່າຍເພີ່ມທະວີການພົວພັນຮ່ວມມືຮອບດ້ານລະຫວ່າງ 2 ອົງການ; ເຫັນດີເປັນເອກະພາບກຳນົດທິດການຮ່ວມມື, ສຸມໃສ່ຜັນຂະຫຍາຍບັນດາການເຄື່ອນໄຫວພົບປະແລກປ່ຽນນັກຊ່ຽວຊານ, ຈັດຕັ້ງການບຳລຸງໃຫ້ພະນັກງານກວດສອບຂອງ ລາວ ຢູ່ ຫວຽດນາມ ແລະ ຢູ່ລາວ ຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ