ຮອງປະທານສະພາແຫ່ງຊາດ ຟູ່ງກວກຫຽນຕ້ອນຮັບປະທານທັງເປັນຜູ້ອຳນວຍການໃຫຍ່ບໍລິຫານກຸ່ມບໍລິສັດAIA

ຮອງປະທານສະພາແຫ່ງຊາດ ຟູ່ງກວກຫຽນຕ້ອນຮັບປະທານທັງເປັນຜູ້ອຳນວຍການໃຫຍ່ບໍລິຫານກຸ່ມບໍລິສັດAIA - ảnh 1
ພາບປະກອບ

(vovworld) – ​ວັນ​ທີ 24/8, ຢູ່​ສຳ​ນັກ​ງານ​ສະພາ​ແຫ່ງ​ຊາດ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຟູ່ງກວກ​ຫຽນ ​ໄດ້​ໃຫ້ການ​ຕ້ອນຮັບ​ປະທານ ທັງ​ເປັນ​ຜູ້ອຳນວຍການ​ໃຫຍ່​ບໍລິຫານ​ກຸ່ມ​ບໍລິ​ສັດ​ປະກັນ​ຊີວິດ AIA Mark Edward Tucker. ທ່ານ​ຟູ່ງກວກ​ຫຽນ ​ໄດ້​ຊົມ​​ເຊີຍບັນດາ​ໝາກຜົນ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ທີ່​ກຸ່ມ​ບໍລິສັດ AIA ບັນລຸ​ໄດ້, ພິ​ເສດ​ແມ່ນ​ເມື່ອ​ເຂົ້າ​ເຄື່ອນ​ໄຫວ​ຢູ່ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ໃນ​ປີ 2000 ມາ​ຮອດ​ປະຈຸ​ບັນ. ທ່ານຮອງ​ປະທານ​ສະພາ​ແຫ່ງ​ຊາດ ຟູ່ງກວກ​ຫຽນ ປາດ​ຖະໜາ​ຢາກ​ໃຫ້​ກຸ່ມບໍລິສັດ AIA ຫວຽດນາມ ສືບ​ຕໍ່​ເປ​ີດກ້ວາງ​ເຄືອ​ຂ່າຍ​ຈຳໜ່າຍ, ​ແນະນຳ​ຜະລິດ​ຕະພັນ​ໃໝ່,ຫຼາຍ​ຮູບ​ຫຼາຍ​ແບບ, ​ເໝາະ​ສົມ​ກັບ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ ຫວຽດນາມ. ພ້ອມ​ທັງ​ສ​ະ​ເໜີ AIA ​ແລກປ່ຽນ​ບົດຮຽນ​ສາກົນ​ໃນ​ວຽກ​ງານ​ສ້າງ​ລະບອບ, ກົດໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ທຸລະ​ກິດ​ປະກັນ​ໄພ, ຊ່ວຍ​ບັນດາ​ອົງການ​ກ່ຽວຂ້ອງ​ຂອງ ຫວຽດນາມ ສ້າງ​ກອບ​ກົດໝາຍ​ໃຫ້​ສົມບູນ​ແບບ​ແກ່​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ປະກັນ​ໄພ​ຂອງ ຫວຽດນາມ.

ຂ່າວ/ບົດ​ອື່ນ