ຮອງປະທານສະພາແຫ່ງຊາດ ອວງຈູລືວ ຕ້ອນຮັບຄະນະກຳມະກອນສິ່ງແວດລ້ອມດີເດັ່ນນະຄອນຫຼວງ

(VOVWORLD) - ບໍລິສັດສິ່ງແວດລ້ອມນະຄອນຫຼວງຮ່າໂນ້ຍ ຈຳກັດຜູ້ດຽວນະຄອນຫຼວງ ສືບຕໍ່ຍູ້ແຮງວຽກງານຫັນເປັນຫຸ້ນສ່ວນ...
ຮອງປະທານສະພາແຫ່ງຊາດ ອວງຈູລືວ ຕ້ອນຮັບຄະນະກຳມະກອນສິ່ງແວດລ້ອມດີເດັ່ນນະຄອນຫຼວງ - ảnh 1ທ່ານ ອວງຈູລືວ ແລະ ບັນດາກຳມະກອນຂອງບໍລິສັດສິ່ງແວດລ້ອມນະຄອນຫຼວງ ຮ່າໂນ້ຍ

ຕອນບ່າຍວັນທີ 8 ມີນາ, ຢູ່ຮ່າໂນ້ຍ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ, ໄດ້ພົບປະສັງສັນກັບຄະນະພະນັກງານກຳມະກອນດີເດັ່ນຂອງບໍລິສັດສິ່ງແວດລ້ອມນະຄອນຫຼວງຮ່າໂນ້ຍ ຈຳກັດຜູ້ດຽວ ລວມມີ 220 ຄົນ. ນະທີ່ນີ້, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ໄດ້ຝາກຄຳອວຍພອນເນື່ອງໃນໂອກາດວັນແມ່ຍິງສາກົນ 8/3 ເຖິງແມ່ຍິງຂອງບໍລິສັດສິ່ງແວດລ້ອມນະຄອນຫຼວງຮ່າໂນ້ຍ ຈຳກັດຜູ້ດຽວ ທັງໝົດ. ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ສະເໜີວ່າ: ບໍລິສັດສິ່ງແວດລ້ອມນະຄອນຫຼວງຮ່າໂນ້ຍ ຈຳກັດຜູ້ດຽວນະຄອນຫຼວງ ສືບຕໍ່ຍູ້ແຮງວຽກງານຫັນເປັນຫຸ້ນສ່ວນ ເພື່ອຍົກສູງຄຸນນະພາບການເຄື່ອນໄຫວ, ຍົກສູງລາຍຮັບ, ເບິ່ງແຍງດູແລຊີວິດທາງດ້ານຈິດໃຈຂອງກຳມະກອນ. ພ້ອມທັງ, ຈັດຕັ້ງຂະບວນການແຂ່ງຂັນຮັກຊາດເປັນຢ່າງດີ…

ຕອບກັບ

ຂ່າວ/ບົດ​ອື່ນ