ຮອງປະທານສະພາແຫ່ງຊາດ ອວງຈູລຶວ ຕ້ອນຮັບລັດຖະມົນຕີກະຊວງຍຸຕິທຳລາວ

(VOVWORLD) - ວັນທີ 11 ທັນວາ, ທີ່ສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ອວງຈູລຶວ ໄດ້ຕ້ອນຮັບຄະນະຜູ້ແທນກະຊວງຍຸຕິທຳລາວ ໂດຍທ່ານລັດຖະມົນຕີ ໄຊສີ ສັນຕິວົງ ນຳໜ້າຄະນະເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ຮອງປະທານສະພາແຫ່ງຊາດ ອວງຈູລຶວ ຕ້ອນຮັບລັດຖະມົນຕີກະຊວງຍຸຕິທຳລາວ - ảnh 1 ທີ່ການຕ້ອນຮັບ (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລຶວ ເຊື່ອໝັ້ນວ່າກະຊວງຍຸຕິທຳສອງປະເທດ ຈະສືບຕໍ່ຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ບົນຈິດໃຈຖານສະຫາຍ, ອ້າຍນ້ອງທີ່ແທ້ຈິງ, ເລິກເຊີ່ງ ແລະ ມີປະສິດທິຜົນ. ທ່ານ ອວງຈູລຶວ ຮອງປະທານສະພາແຫ່ງຊາດ ສະເໜີກະຊວງຍຸຕິທຳສອງປະເທດ ສືບຕໍ່ຮ່ວມມື, ໜູນຊ່ວຍເຊິ່ງກັນ ແລະ ກັນ ໃນວຽກງານສ້າງບັນດາເອກະສານທາງກົດໝາຍ; ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ເປັນຕົ້ນແມ່ນບັນດາຊັ້ນຕຳແໜ່ງຂະແໜງຍຸຕິທຳ ແລະ ຖັນແຖວພະນັກງານຂອງບັນດາອົງການ, ຫົວໜ່ວຍທີ່ຂຶ້ນກັບກະຊວງ; ໂຄສະນາ, ເຜີຍແຜ່, ສຶກສາອົບຮົມກົດໝາຍ; ແລກປ່ຽນບົດຮຽນໃນຂົງເຂດທີ່ໜູນຊ່ວຍໃຫ້ແກ່ວຽກງານຍຸຕິທຳ…

ສ່ວນທ່ານລັດຖະມົນຕີ ໄຊສີ ສັນຕິວົງ ຢັ້ງຢືນວ່າ ກະຊວງຍຸຕິທຳລາວ ຈະສົມທົບກັບກະຊວງຍຸຕິທຳ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍການປະຕິບັດບັນດາຂໍ້ຕົກລົງການຮ່ວມມື ລະຫວ່າງ ການນຳສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ