ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງມອບນາມມະຍົດແມ່ຫວຽດນາມວິລະຊົນໃຫ້ໂງທິລີ

ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງມອບນາມມະຍົດແມ່ຫວຽດນາມວິລະຊົນໃຫ້ໂງທິລີ - ảnh 1
ທ່ານ​ນາງ ຕ່ອງ​ທິຟ໋ອງ ​ທີ່ພິທີມອບ​ນາມມະຍົດແມ່ຫວຽດນາມວິລະຊົນ
(ພາບ:tuyengiaohungyen.vn)

(vovworld) -  ວັນ​ທີ 1/8, ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຕ່ອງ​ທິຟ໋ອງ ​ໄດ້ລົງ​ມອບ​ນາມມະຍົດທີ່​ສູງ​ສົ່ງ​​ແມ່ ຫວຽດນາມ ວິລະ​ຊົນ ​ໂດຍ​ປະທານ​ປະ​ເທດ ຫວຽດນາມ ມອບ​ໃຫ້​ແມ່ ​ໂງ​ທິລີ໋ ​ເຊິ່ງ​ແມ່ນ​ແມ່ຄີງ​ຂອງ​ ນັກຮົບ 2 ຄົນທີ່​ເສຍສະຫຼະ​ຊີວິດ​ເພື່ອຊາດ ​ໂຕ​ຮ້ຽວ ​ແລະ ​ໂຕ​ເຈິ໋ນ, ຢູ່​ບ້ານ ຊວນ​ເກົ່າ, ຕາ​ແສງ ​ເຫງືຍຈຸ, ​ເມືອງ ວັນ​ຢາງ, ​ແຂວງ ຮຶງອຽນ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຢ່າງ​ເລິກ​ເຊິ່ງ​ຕໍ່​ແມ່ ຫວຽດນາມ ວິລະ​ຊົນ ​ໂງ​ທິລີ໋ ​ແລະ ບ້ານ​ເກີດ​ເມືອງ​ນອນ ​ເຫງືຍຈຸ, ວັນ​ຢາງ, ຮຶງອຽນ ​ໄດ້​​ໄຫ້​ກຳ​ເນີ​ດ​ນັກຮົບ​ປະຕິວັດຫລາຍ​ຄົນທີ່​ມີ​ຄຸນງາມຄວາມດີ​ຕໍ່​ປະ​ເທດ​ຊາດ​. ບັນດາ​​ເສັນ​ຄົນລຸ່ນຫລັງ​ນີ້ ຈະ​ຈົດ​ຈຳ​ ​ແລະ ສືບ​ຖອດ​ມູນ​ເຊື້ອ​ຂອງ​ຄົ​ນລຸ່ນກ່ອນ​ປະ​ໄວ້​ໄຫ້, ​ແລະ​ຈະສ້າງ​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບ​ຮັ່ງມີ ​ແລະ ສວຍ​ງາມ, ​​ສົມ​ກັບ​ຄວາມ​ເສຍສະຫຼະ​ອັນ​ໃຫຍາ​ຫລວງ​ຂອງ​ບັນດາ​ແມ່ ຫວຽດນາມ ວິລະ​ຊົນ, ບັນດານັກຮົບ​ວິລະ​ຊົນ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ.

ຂ່າວ/ບົດ​ອື່ນ