ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງເຮັດວຽກຢູ່ແຂວງເຊິນລາ

ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງເຮັດວຽກຢູ່ແຂວງເຊິນລາ - ảnh 1
ທ່ານ​ນາງ ຕ່ອງ​ທິຟ໋ອງ​ ຖະຫວາຍ​ທູບ​ທຽມທີ່ອະນຸສາວະລີ​ຊາວໜຸ່ມຕະລຸນ​ບອນ​ຜູ້ເສຍສະຫຼະຊີ​ວິດ​ເພື່ອ​ຊາດຢູ່​ທາງ​ສາມ​ແຍກ ກໍ່​ນ່ອຍ

(vovworld) - ວັນ​ທີ 4/5,  ທ່ານ​ນາງ ຕ່ອງ​ທິຟ໋ອງ, ກຳມະການ​ກົມ​ການ​ເມືອງ, ຮອງ​ປະທານ​ສະພາ​ແຫ່ງ​ຊາດພ້ອມ​ກັບ​ຄະນະ​ປະຕິບັດ​ງານ​ຂອງ​ຫ້ອງ​ວ່າການ​ສະພາ​​ແຫ່ງ​ຊາດ​ໄດ້​ມາຖະຫວາຍ​ທູບ​ທຽມທີ່ອະນຸສາວະລີ​ຊາວໜຸ່ມຕະລຸນ​ບອນ​ຜູ້ເສຍສະຫຼະຊີ​ວິດ​ເພື່ອ​ຊາດຢູ່​ທາງ​ສາມ​ແຍກ ກໍ່​ນ່ອຍ, ​ເມືອງ ອຽນ​ເຈົາ, ແຂວງ ​ເຊິ​ນລາ. ​ໃນ​ບັ້ນຮົບ​ ດ້ຽນບຽນຝູ, ນີ້ແມ່ນ​ທາງຄົມມະນາຄົມ​ຕອນສຳຄັນ​ກວ່າໝູ່ເພື່ອ​ໃຫ້​ທະຫານ ​ແລະ ປະຊາຊົນ​ບຸກໂຈມ​ຕີເຂົ້າ ດ້ຽນບຽນຝູ. ສະຖານ​ທີ່​ນີ້​ໄດ້ກາຍ​ເປັນ “ສະຖານ​ທີ່​ແດງ​” ​ເພື່ອ​ໃຫ້​ພວກ​ລ່າ​​ເມືອງ​ຂຶ້ນ ຝລັ່ງ ທຳລາຍ​ຢ່າງ​ດຸ​ເດືອດ​,​ ​​ແນ​ໃສ່​ສະກັດກັ້ນ​ ​ແລະ ທຳລາຍທາງ​ຄົມມະນາຄົມ​ທີ່​ສຳຄັນ​ຂອງ​ທະຫານ ​ແລະ ປະຊາຊົນ ຫວຽດນາມ. ​ໃນ​ຂະ​ບວນການ​ຮັບ​ໃຊ້​ໃຫ້​ແກ່​ບັ້ນຮົບ ດ້ຽນບຽນຝູ, ​ໄດ້​ມີນັກຮົບ ​ແລະ ຊາວໜຸ່ມຕະລຸນ​ບອນ​ເປັນຈຳນວນຫຼວງຫຼາຍເສຍສະຫຼະຊີວິດ. ດັ່ງນັ້ນ,​ ນີ້ບໍ່ພຽງ​ແຕ່​ແມ່ນສະຖານ​ທີ່​ທີ່​ເປັນ​ຂີດໝາຍບັນດາ​ຮ່ອງຮອຍ​ປະຫວັດສາດ​ໃນ​ຂະ​ບວນການ​ຕໍ່​ສູ້​ຕ້ານ ຝລັ່ງ ​ກູ້​ຊາດ​ຂອງ​ກຳລັງຊາວໜຸ່ມຕະລຸນ​ບອນ​ເວົ້າສະ​ເພາະ, ບັນດາ​ນັກຮົບວິລະ​ຊົນ​ທີ່ເສຍສະຫຼະຊີວິດ​ເພື່ອ​ຊາດ​ເວົ້າລວມ​ເທົາ​ນັ້ນ, ຫາກ​ຍັງ​ແມ່ນ​ສະຖານ​ທີ່​ເພື່ອ​ສຶກສາ​ມູນ​ເຊື້ອຮັກ​ຊາດ​ໃຫ້​ແກ່​ຮຸ່ນໜຸ່ມ​ໃນ​ພາລະ​ກິດປົກ​ປັກ​ຮັກສາ​ປະ​ເທດ​ຊາດອີກ​ດ້ວຍ.

 


ຂ່າວ/ບົດ​ອື່ນ