ຮອງປະທານສະພາແຫ່ງຊາດພົບປະກັບຄະນະຜູ້ແທນເປັນແບບຢ່າງທີ່ດີເດັ່ນເຂົ້າຮ່ວມກອງປະຊຸມໃຫຍ່ແຂ່ງຂັນ

ຮອງປະທານສະພາແຫ່ງຊາດພົບປະກັບຄະນະຜູ້ແທນເປັນແບບຢ່າງທີ່ດີເດັ່ນເຂົ້າຮ່ວມກອງປະຊຸມໃຫຍ່ແຂ່ງຂັນ - ảnh 1
(ທ່ານ​ນາງ ຕ່ອງ​ທິຟ໋ອງ, ຮອງ​ປະ​ທານ​ສະພາ​ແຫ່ງ​ຊາດ
​ພົບ​ປະ​ບັນດາ​ຜູ້​ແທນເຂົ້າ​ຮ່ວມ​ກອງ​ປະຊຸມ​​​ໃຫຍ່​)


​(vovworld) - ​ເນື່ອງ​ໃນ​ໂອກາດ​ກອງ​ປະຊຸມ​ໃຫຍ່ແຂ່ງຂັນຕັດສິນ​ໃຈ​ຍາດ​ເອົາໄຊຊະນະທົ່ວ​ກອງ​ທັບ​ຄັ້ງ​ທີ 9, ​ເຊິ່ງດຳ​ເນີນ​​ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ, ​ໃນຕ​ອນ​ເຊົ້າ​ວັນ​ທີ 30/06, ທີ່ຫໍ​​ປະຊຸມ ຢຽນຮົ່ງ. ທ່ານ​ນາງ ຕ່ອງ​ທິຟ໋ອງ, ກຳມະການ​ກົມ​ການ​ເມືອງ, ຮອງ​ປະ​ທານ​ສະພາ​ແຫ່ງ​ຊາດ ​ໄດ້​ພົບ​ປະ​ບັນດາ​ຜູ້​ແທນເຂົ້າ​ຮ່ວມ​ກອງ​ປະຊຸມ​​​ໃຫຍ່​ຢ່າງ​ສະໜິດສະໜົມ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ​ເນັ້ນ​ໜັກ​ວ່າ​, ຕໍ່ໜ້າ​ບັນດາ​ການຜັນ​ແປຢ່າງ​​ສັບສົນທີ່​ພວມ​​ເກີດ​ຂຶ້ນໃນ​​ໂລກ ​ແລະ ພາ​ກພື້ນ​, ຕໍ່ໜ້າ​ການ​ທຳລາຍຢ່າງ​ຂ້ຽວຂາດ​ຂອງ​ບັນດາ​ອິດ​ທິກຳລັງ​ທີ່​ເປັນ​ປໍ​ລະ​ປັກ​ຜ່ານ​ຍຸດ​ທະ​ສາດ “ການຫັນປ່ຽນ​ໂດຍ​ສັນຕິ”, “ຫັນ​ກອງ​ທັບປອດ​ການ​ເມືອງ”, ທີ່ພວມ​ວາງ​ອອກຄວາມ​ຮຽກຮ້ອງ ​ແລະ ໜ້າ​ທີ່​ໃໝ່​​ສູງ​ກວ່າ​ໃນ​ພາລະກິດ​ສ້າ​ງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ສະ​ນັ້ນ, ຂະ​ບວນການ​ຕັດສິນ​ໃຈຍາດ​ເອົາໄຊ​ຊະນະ​ຂອງ​ທົ່ວ​ກອງທັບ ຕ້ອງ​ມີ​ການ​ພັດທະນາ​ຢ່າງ​ແຮງ​ກວ່າອີກ ​ເພື່ອ​ແນ​ໃສ່​ສ້າງ​ກຳລັງ​ໜູນ​ສຳຄັນ​ໃນ​ການ​ກໍ່ສ້າງ​ກອງທັບ, ປັບປຸງ​ກຳລັງຄວາມ​ສາມາດ​ໃນ​ການ​ປ້​​ອງກັນຊາດ.

ຂ່າວ/ບົດ​ອື່ນ