ຮອງປະທານສະພາແຫ່ງຊາດຟູງກວກຫຽນຕ້ອນຮັບຄະນະຜູ້ແທນປະຊາຄົມວິສາຫະກິດອາເມລິກາ-ອາຊຽນ

ຮອງປະທານສະພາແຫ່ງຊາດຟູງກວກຫຽນຕ້ອນຮັບຄະນະຜູ້ແທນປະຊາຄົມວິສາຫະກິດອາເມລິກາ-ອາຊຽນ - ảnh 1
ທ່ານ ຟູ​ງກວກ​ຫຽນ ​​ຕ້ອນຮັບ​ ທ່ານ Alexander C Feldman
(ພາບ:ຈູງແທ່ງ)

(vovworld) – ​​ ຕອນ​ບ່າຍ​ວັນ​ທີ 25/08 ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຟູ​ງ ກວກ​ຫຽນ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ປະຊາ​ຄົມ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ - ອາ​ຊຽນ ​ໂດຍ​ປະທານ​ປະຊາ​ຄົມວິ​ສາ​ຫະກິດ ອາ​ເມ​ລິ​ກາ - ອາ​ຊຽນ ທ່ານ Alexander C Feldman ​ເປັນ​ຫົວໜ້າ​ຄະນະ. ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຟູ​ງກວກ​ຫຽນ ຢືນຢັນ​ວ່າ: ສະພາ​ແຫ່ງ​ຊາດ ຫວຽດນາມ ຍາມ​ໃດ​ກໍ່​ພ້ອມ​ແລ້ວທີ່​ຈະ​ສ້າງ​ເງື່ອນ​ໄຂ​ໃຫ້​​ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ​ເຂົ້າລົງທຶນ ​ແລະ ​ເປີດ​ກ້ວາງ​ການ​ດຳ​ເນີນ​ທຸລະ​ກິດ, ການ​ຜະລິດ ​ໃນ​ນັ້ນ​ມີ​ບັນດາ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ສະ​ເໜີ​ບັນດາ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ ​ເມື່ອ​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ຢູ່ ຫວຽດນາມ ຄວນ​ເອົາ​ໃຈ​ໃສ່​ກ່ວາ​ອີກ ກ່ຽວ​ກັບ​ບັນຫາສິ່ງ​​ແວດ​ລ້ອມ, ຍົກ​ສູງ​ຄວາມ​ຮັບຜິດ​ຊອບທາງ​ດ້ານ​ສັງຄົມ, ຊ່ວຍ​ເຫຼືອ ຫວຽດນາມ ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ…ມຸ່ງ​ໄປ​ເຖິງ​ຈຸດໝາຍ​ພັດທະນາ​ແບບ​ຍືນ​ຍົງ. ​ກ່ຽວຂ້ອງ​ເຖິງ​ເລື່ອງ ຜັນ​ຂະຫຍາຍ​ການປະຕິບັດ​ສັນ​ຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຂ້າມ​ປາຊີ​ຟິກ (TPP) ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ໃຫ້​ຮູ້​ວ່າ: ປະຈຸ​ບັນ ສະພາ​ແຫ່ງ​ຊາດ ຫວຽດນາມ ພວມ​ກວດກາ, ປັບປຸງລະບົບ​ກົດໝາຍ​ໃຫ້​ເໝາະ​ສົມ​ກັບ TPP ​ແລະ ຈະ​ພິຈາລະນາ ​ໃຫ້ສັດຕະຍາບັນ​ສັນຍາ TPP ​ໃນ​ໄລຍະ​ໄວ​ທີ່​ສຸດ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຟູ​ງກວກ​ຫຽນ ປາດ​ຖະໜາ​ວ່າ: ອາ​ເມ​ລິ​ກາ ​ໃຫ້​ສັດຕະຍາບັນ​, ​ເພື່ອ​ໃຫ້ສັນຍາ TPP ມີ​ຜົນ​ສັກສິດ​ໂດຍ​ໄວ ​ແລະ ​ເໝາະ​ສົມ​ກັບ​ຜົນ​ປະ​ໂຫຍ​ດລວມທັງ​ດ້ານ​ເສດຖະກິດ, ການ​ເມືອງ​ຂອງ​ບັນດາ​ປະ​ເທດ ​ແລະ ພາກ​ພື້ນ​.

ຂ່າວ/ບົດ​ອື່ນ