ຮອງປະທານສະພາແຫ່ງຊາດຟູ່ງກວກຫຽນຕ້ອນຮັບຄະນະຜູ້ແທນສະພາດຳເນີນທຸລະກິດອາເມລິກາ-ອາຊຽນ

ຮອງປະທານສະພາແຫ່ງຊາດຟູ່ງກວກຫຽນຕ້ອນຮັບຄະນະຜູ້ແທນສະພາດຳເນີນທຸລະກິດອາເມລິກາ-ອາຊຽນ - ảnh 1
ການ​ຕ້ອນ​ຮັບ​ທີ່​ສຳ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ
(ພາບ: quochoi.vn)

(vovworld) – ຕອນ​ເຊົ້າ​ວັນ​ທີ 30/11, ຢູ່​ສຳ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ, ທ່ານ ຟູ່ງກວກ​ຫຽນ, ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໄດ້​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ ໂດຍ​ທ່ານ Alexander C Feilman, ປະ​ທານ​ສະ​ພາ​ເປັນ​ຫົວ​ໜ້າ​ຄະ​ນະ, ພວມ​ມີ​ການ​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່ ຫວຽດ​ນາມ. ທ່ານ​ຮອ​ງະ​ທານ​ສະ​ພາ​ແຫ່ງ​ຊາດ ຟູ່ງກວກ​ຫຽນ ຕີ​ລາ​ຄາ​ສູງ​ບົດ​ບາດ​ຂອງ​ສະ​ພາ ແລະ ບັນ​ດາ​ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ ໃນ​ວິ​ວັດ​ການ​ສ້າງ​ການ​ພົວ​ພັນ ແລະ ຊຸກ​ຍູ້​ການ​ຮ່ວມ​ມື​ກັບ ຫວຽດ​ນາມ ເປັນ​ປົກ​ກະ​ຕິ. ທ່ານ​ຮອ​ງປະ​ທານ​ສະ​ພາ​ແຫ່ງ​ຊາດ ຟູ່ງກວກ​ຫຽນ ຢັ້ງ​ຢືນ​ວ່າ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຖື​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ (TPP)ເປັນ​ສຳ​ຄັນ, ພວມ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ວິ​ວັດ​ການ​ປັບ​ປຸງ, ປະ​ກາດ​ໃຊ້​ກົດ​ໝາຍ​ໃໝ່​ເພື່ອ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ໃນ TPP ຢ່າງ​ເຂັ້ມ​ງວດ.

        ​ທ່ານ Alexander C Feilman ໄດ້​ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ລັດ​ຖະ​ບານ, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໃນ​ການ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ກາ​ນ​ລົງ​ທຶນ, ສ້າງ​ເງື່ອນ​ໄຂ​ພັດ​ທະ​ນາ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ, ພ້ອມ​ທັງ​ຢ​ັ້ງ​ຢືນ​ວ່າ ດ້ວຍ​ຖາ​ນະ​ຂອງ​ຕົນ, ທ່ານ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ອາ​ຊຽນ, ໃນ​ນັ້ນ​ມີ ຫວຽດ​ນາມ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ.

ຂ່າວ/ບົດ​ອື່ນ