ຮອງປະທານສະພາແຫ່ງຊາດຟຸ່ງກ໋ວກຫຽນຕ້ອນຮັບຄະນະສະມາຊິກລັດຖະສະພາອາເມລິກາ

ຮອງປະທານສະພາແຫ່ງຊາດຟຸ່ງກ໋ວກຫຽນຕ້ອນຮັບຄະນະສະມາຊິກລັດຖະສະພາອາເມລິກາ - ảnh 1
ທ່ານ​ຮອງ​ປະ​ທານສະ​ພາ​ແຫ່ງ​ຊາດ​ຟຸ່ງ​ກ໋ວກ​​ຫຽນ
(ພາບ​ປະ​ກອບ)

(vovworld) - ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama, ວັນ​ທີ 23/05, ຢູ່​ຮ່າ​ໂນ​້ຍ, ທ່ານ​ຮອງ​ປະ​ທານສະ​ພາ​ແຫ່ງ​ຊາດ​ຟຸ່ງ​ກ໋ວກ​​ຫຽນ ໄດ້​ໃຫ້​ການ​ຕ້ອນ​ຮັບຄະ​ນະ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ອາ​ເມ​ລິ​ກາ ທີ່​ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ ລວມ​ມີ: ທ່ານ​ສະ​ມາ​ຊິກ​ສ​ະ​ພາ​ສູງ​ອາ​ເມ​ລິ​ກາ Tom Carper (ລັດ Delaware), ທ່ານ​ສະ​ມາ​ຊິກ​ສະ​ພາ​ຕ່ຳ Joaquin Castro ແລະ ທ່ານສະ​ມາ​ຊິກ​ສະ​ພາ​ຕ່ຳ Beto O’Rourke (ລັດ Texas). ທ່ານ​ຮອງ​ປະ​ທານສະ​ພາ​ແຫ່ງ​ຊາດ​ຟຸ່ງ​ກ໋ວກ​​ຫຽນ ເນັ້ນ​ໜັກ​ວ່າ, ການ​ຢ້ຽມ​ຢາມ​ຂອງ​ຄະ​ນະ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ ຈະ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວ​ີ​ການ​ພົວ​ພ​ັນ​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ ແລະ ປະ​ຊາ​ຊົນ 2 ປະ​ເທດ​ຫວຽດ​ນາມ - ອາ​ເມ​ລິ​ກາ. ທ່ານ​ຮອງ​ປະ​ທານສະ​ພາ​ແຫ່ງ​ຊາດ​ຟຸ່ງ​ກ໋ວກ​​ຫຽນ ໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ການ​ນຳ​ສະ​ພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ, ສະ​ພາ​ສູງ ແລະ ສະ​ພາ​ຕ່ຳ​ອາ​ເມ​ລິ​ກາ ກໍ​ຄື​ບັນ​ດາ​ທ່​ານສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ເອງ ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ໃນ​ໄລ​ຍະ​ຜ່ານ​ມາ.

ຂ່າວ/ບົດ​ອື່ນ