ຮອງປະທານສະພາແຫ່ງຊາດຢ້ຽມຢາມອວຍພອນປີໃໝ່ຢູ່ແຂວງຟູ໋ທໍ້

ຮອງປະທານສະພາແຫ່ງຊາດຢ້ຽມຢາມອວຍພອນປີໃໝ່ຢູ່ແຂວງຟູ໋ທໍ້ - ảnh 1
ທ່ານຮອງ​ປະທານ​ສະພາ​ແຫ່ງ​ຊາດ​ ​ໂດ​ບ໋າ​ຕິ
ຢ້ຽມຢາມ​ອວຍພອນ​ປີ​ໃໝ່​ຢູ່​ແຂວງ​ ຟູ໋ທໍ້
(ພາບ: baophutho.com)

​(vovworld) - ວັນ​ທີ 24/1, ທ່ານຮອງ​ປະທານ​ສະພາ​ແຫ່ງ​ຊາດ​ ​ໂດ​ບ໋າ​ຕິ ​ໄດ້​ໄປຢ້ຽມຢາມ​ອວຍພອນ​ປີ​ໃໝ່​ຢູ່​ແຂວງ​ ຟູ໋ທໍ້, ທ່ານຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວຍພອນ​ໝູ່​ພະນັກງານ, ລັດຖະກອນ, ຊາວ​ຜູ້​ອອກ​ແຮງ​ງານ ປີ​ໃໝ່​ເຕັມ​ໄປ​ດ້ວຍ​ຄວາມ​ເບີກບານ​ມ່ວນ​ຊື່ນ, ຜ່ານ​ຜ່າ​ຄວາມຫຍຸ້ງຍາກ, ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ແບ່ງ​ແຍງ​ດູ​ແລ, ຄຸ້ມ​ຄອງ ​ແລະ ກາຍຍະບຳບັດ​ໃຫ້​ບັນດາ​ຄົນ​ເຈັບຢູ່​ສູນ​ກາຍຍະ​ບຳບັດ. ​ເມື່ອ​ມາ​ຢ້ຽມຢາມ, ອວຍພອນ​ປີ​ໃໝ່​ພະນັກງານ, ນັກຮົບ​ກອງ​ບັນຊາ​ການ​ທະຫານ​ແຂວງ ຟູ໋ທໍ້, ທ່ານຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ໄດ້​ຮັບ​ຮູ້, ຍ້ອງຍໍ​ບັນດາ​ຜົນງານ​​ເຊິ່ງກຳລັງ​ປະກອບ​ອາວຸດ​ແຂວງ​ບັນລຸ​ໄດ້​ໃນ​ປີຜ່ານມາ, ພ້ອມ​ທັງ​ເນັ້ນ​ໜັກ​ບາງ​ເນື້ອ​ໃນ​ທີ່​ກອງ​ບັນຊາ​ການ​ແຂວງ​ຄວນ​ຜັນ​ຂະຫຍາຍ​ໃນ​ປີ 2017​ເຊັ່ນ: ສືບ​ຕໍ່​ຊາບ​ຊືມບັນດາ​ຄຳ​ສັ່ງ, ມະຕິ​ຂງພັກ, ລັດ, ຄະນະ​ພັກ​ການ​ທະຫານ​ສູນ​ກາງ, ກະຊວງ​ປ້ອງ​ກັນ​ປະ​ເທດ​ເຖິງ​ພະນັກງານ​ທຸກ​ຄົນ; ສົມທົບ​ກັບ​ຄະນະ​ພັກ, ອຳນາດ​ການ​ປົກຄອງ​ກຳ​ແໜ້ນ​ສະພາບຄວາມ​ໝັ້ນຄົງ, ການ​ເມືອງ, ການ​ທະຫານ - ປ້ອງ​ກັນຊາ​ດ ​ເພື່ອ​ເປັນ​ເສນາ​ທິການ​ຢ່າງ​ທັນ​ການ, ຮັກສາ​ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ໂອກາດ​ບຸນ​ເຕັດ.

 

 

ຂ່າວ/ບົດ​ອື່ນ