ຮອງປະທານສະພາ​ແ​ຫ່ງ​ຊາດ​ລາວ ຕ້ອນຮັບ ປະທານສະພາປະຊາຊົນ ນະຄອນໂຮ່ຈິມິງ

(VOVWORLD) -  ວັນທີ 18 ກັນຍາ 2018, ທ່ານ ພົນໂທ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ນາງ ຫງວຽນ ທິ ກວຽດ ເຕິມ ປະທານສະພາປະຊາຊົນ ນະ ຄອນໂຮ່ຈິມິງ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ  ໃນລະຫວ່າງວັນທີ 14-21 ກັນຍາ 2018.
ຮອງປະທານສະພາ​ແ​ຫ່ງ​ຊາດ​ລາວ ຕ້ອນຮັບ ປະທານສະພາປະຊາຊົນ ນະຄອນໂຮ່ຈິມິງ - ảnh 1 ທີ່ການຕ້ອນຮັບ (ພາບ: ຂປລ)

 ໃນໂອກາດດັ່ງກ່າວ, ທ່ານ ພົນໂທ ແສງນວນ ໄຊຍະລາດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ ທ່ານ ນາງ ຫງວຽນ ທິ ກວຽດ ເຕິມ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ໄດ້ຮັບການພັດທະນາ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.  ທັງເປັນການ ຮັດແໜ້ນການພົວພັນຮ່ວມມືຮອບດ້ານ ລະຫວ່າງ ສອງສະພາປະຊາຊົນ ຂອງສອງປະເທດລາວ-ຫວຽດນາມ ໃຫ້ໄດ້ຮັບການເສີມຂະຫຍາຍ ແລະ ສືບຕໍ່ໃຫ້ການສະໜັບສະໜູນ ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ໃນອະນາຄົດ ແລະ ຍາວນານ.

ພ້ອມນີ້, ທ່ານ ຫງວຽນ ທິ ກວຽດ ເຕິມ ກໍໄດ້ສະແດງຄວາມຂອບໃຈ ຕໍ່ ທ່ານ ພົນໂທ ແສງນວນ ໄຊຍະລາດ ທີ່ໄດ້ສະຫລະເວລາອັນມີຄ່າ ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງແຈ້ງຈຸດປະສົງ ຂອງການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ໃຫ້ທ່ານຮອງປະທານສະພາຊາບ.

ຕາມ: ຂປລ

ຕອບກັບ

ຂ່າວ/ບົດ​ອື່ນ