ຮອງປະທານສະພາແຫ່ງຊາດຫງວຽນທິກິມເງິນຕ້ອນຮັບຄະນະຜູ້ແທນສະພາ ແຫ່ງຊາດລາວ

ຮອງປະທານສະພາແຫ່ງຊາດຫງວຽນທິກິມເງິນຕ້ອນຮັບຄະນະຜູ້ແທນສະພາ ແຫ່ງຊາດລາວ - ảnh 1

ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫງວຽນ​ທິ​ກິມ​ເງິນ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ​ລາວ

(ພາບ: Lâm Khánh/TTXVN)

(vovworld) – ທີ່​ການ​ຕ້ອນ​ຮ​ັບ​ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຍິງ​ ລາວ ​ໃນ​ຕອນ​ບ່າຍ​ວັນ​ທີ 30/9, ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງ​ວຽນ​ທິ​ກິມ​ເງິນ ອວຍ​ພອນ​ບັນ​ດາ​ຜົນ​ງານ​ອັນ​ໃຫຍ່ຫຼວງ​​ດ້ານ​ເສດ​ຖະ​ກິດ - ສັງ​ຄົມ​ເຊິ່ງ​ການນ​ຳ​ພັກ, ລັດ ແລະ ປະ​ຊາ​ຊົນ ລາວ​ ອ້າຍ​ນ້ອງ​ບັນ​ລຸ​​ໄດ້​ໃນ​ໄລ​ຍະ​ຜ່ານ​ມາ, ຕີ​ລາ​ຄາ​ສູງ​ເລື່ອງ ລາວ ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່ AIPA – 35 ສຳ​ເລັດ​ຜົນ, ແລະ ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊຶນ​ຕໍ່​​ການ​ພົວ​ພັນ​ມິດ​ຕະ​ພາບ, ຄວາມ​ສາ​ມັກ​ຄີ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ  - ລາວ ​ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ. ທ່ານ​ນາ​ງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ເນັ້ນ​ໜັກ​ວ່າ: ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ສະ​ຫງວນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃຫ້​ແກ່​ການ​ປັບ​ປຸງ ແລະ ເພີ່​ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ກັບ​ລາວ. ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຕໍ່: ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ, ທ່ານ​ນາງຮອງປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ປາດ​ຖະ​ໜາ​ວ່າ: ກຸ່ມ​ສະ​ມາ​ຊິກສະ​ພາ​ແຫ່ງ​ຊາດ​ຍິງ 2 ປະ​ເທດ ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື​, ແລກ​ປ່ຽນ​ບົດ​ຮຽນ, ຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ ແລະ ກັນ, ພິ​ເສດ​ແມ່ນ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ນິ​ຕິ​ບັນ​ຍັດ, ​ການຕິດ​ຕາມກວດ​ກາ, ປະ​ກອບ​ສ່ວນ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ຮັບ​ໃຊ້​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດແຕ່​ລະ​ປະ​ເທດ.



ຂ່າວ/ບົດ​ອື່ນ