ຮອງປະທານສະພາແຫ່ງຊາດອວງຈຸລິວຢ້ຽມຢາມແລະເຮັດວຽກຢູ່ໂປໂລຍ

ຮອງປະທານສະພາແຫ່ງຊາດອວງຈຸລິວຢ້ຽມຢາມແລະເຮັດວຽກຢູ່ໂປໂລຍ - ảnh 1
ທ່ານຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດອວງ​ຈຸ​ລິວ​
ຢ້ຽມ​ຢາມ​ແລະ​ເຮັດ​ວຽກ​ຢູ່​ໂ​ປ​ໂລຍ
(ພາບ: TTXVN)

(vovworld) - ​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ໂປ​ໂລຍ, ໃນ​ລະ​ຫວ່າງວັນ​ທີ 20 – 25/06, ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ອວງ​ຈຸ​ລິວ ໄດ້​ມີ​ບັນ​ດາ​ການ​ເຈ​ລະ​ຈາ​ກັບ​ທ່ານ​ຮອງ​ປະ​ທານ​ສະ​ພາ​ຕ່ຳ​ໂ​ປ​ໂລຍ Malgorzata Kidawa Blonska, ທ່ານ​ຮອງ​ປະ​ທານ​ສະ​ພາ​ສູງ Adam Bielan, ພົບ​ປະ​ເຈ​ລະ​ຈາ​ກັບ​ການ​ນຳ​ຂອງ​ບາງ​ກຳ​ມາ​ທິ​ການ​ຂອງ​ສະ​ພາ​ແຫ່ງ​ຊາ​ດ​ໂປ​ໂລຍ. ທີ່​ບັນ​ດ​າ​ການ​ພົບ​ປະ, ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ອວງ​ຈຸ​ລິວ ແລະ ບັນ​ດາ​ການ​ນຳ​ສະ​ພາ​ແຫ່ງ​ຊາດ​ໂປ​ໂລຍ ໄດ້​ຕີ​ລ​າ​ຄາ​ຢ່າງ​ຕັ້ງ​ໜ້າກ່ຽວ​ກັບ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບທີ່ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ຫວຽດ​ນາມ ແລະ ໂ​ປ​ໂລຍ ໃນ​ຊຸມ​ປີ​ຜ່ານ​ມາ, ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ການ​ຄ້າ, ການ​ລົງ​ທຶນ. ຫວຽດ​ນາມ ແລະ ໂປ​ໂລຍຕ້ອງ​ສືບ​ຕໍ່​ຊຸກຍ​ູ້ ແລະ ເປີດກວ້າງ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ເຊິ່ງ 2 ຝ່າຍ​ມີ​ທ່າ​ແຮງ ແລະ ມີ​ຄວາມ​ຕ້ອງ​ກາ​ນ​ຄືຶ: ການ​ທ່ອງ​ທ່ຽ​ວ, ການ​ສຶກ​ສາ​ບຳ​ລຸ​ງ​ສ້າງ, ປຸງ​ແຕ່ງ​ທັນ​ຍາ​ຫານ…  ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ອວງ​ຈຸ​ລິວ ຢືນ​ຢັນ​ວ່າ, ການ​ນຳ​ລັດ, ສະ​ພາ​ແຫ່ງ​ຊາດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ຍາມ​ໃດກໍ່​ຖື​​ເປັນ​ສຳ​ຄັນ​ການ​ຮັກ​ສາ ແລະ ພັດ​ທະ​ນາ​ການ​ພົວ​ພັນ​​ຮ່ວມ​ມືຫຼາຍ​ດ້ານ, ຍາວ​ນານ ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ກັບ ໂປ​ໂລຍ.

        ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ອວງ​ຈຸ​ລິວ ແລະ ​ບັນ​ດາການ​ນຳ ໂປ​ໂລຍ ໄດ້​ເປັນ​ເອກ​ກະ​ພາບ​ນຳ​ກັນ​ບາງ​ບັນ​ຫາ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​​ບັນ​ດາເວ​ທີ​ປ​າ​ໄສ​ພາກ​ພື້ນ, ສາ​ກົນ ແລະ ​ການຮ່ວມ​ມື​ລັດ​ຖະ​ສະ​ພາ.

ຂ່າວ/ບົດ​ອື່ນ