ຮອງລັດຖະມົນຕີການຕ່າງປະເທດຫວຽດນາມພົບປະລັດຖະມົນຕີການຕ່າງປະເທດອິນເດຍ

ຮອງລັດຖະມົນຕີການຕ່າງປະເທດຫວຽດນາມພົບປະລັດຖະມົນຕີການຕ່າງປະເທດອິນເດຍ - ảnh 1
ທ່ານ ບູ່​ຍ​ແທງ​ເຊີນ ແລະ ທ່ານ ViJay Kumar Singh 
(ພາບ​ອິນ​ເຕີ​ແນັດ)

(vovworld) - ​ໂດຍ​ຮັບ​ຄຳ​ເຊີນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ, ທ່ານ ViJay Kumar Singh ລັດຖະມົນຕີ​ການ​ຕ່າງປະ​ເທດອິນ​ເດຍ ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ​ວັນ​ທີ 20-23/4/2017. ຕອນ​ເຊົ້າວັນ​ທີ 21/4, ທ່ານ ບູ່​ຍ​ແທງ​ເຊີນ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ​ໄດ້​ພົບ​ປະ​ເຈລະຈາ​ກັບ ທ່ານ ViJay Kumar Singh ລັດຖະມົນຕີ​ການ​ຕ່າງປະ​ເທດ ອິນ​ເດຍ. ນະ​ທີ່​ນີ້, ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ຄວນ​ຂຸດ​ຄົ້ນ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ​ລະຫວ່າງ​ສອງ​ປະ​ເທດ​ກວ່າ​ອີກ. ທັງ​ສອງ​ຝ່າຍ​ກໍ່​ໄດ້​ແລກປ່ຽນ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ; ​ເຫັນ​ດີ​ສືບ​ຕໍ່​ສົມທົບ ​ແລະ ສະໜັບສະໜູນ​ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ. ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ສອງ​ຝ່າຍ​ໄດ້​ຢືນຢັນ​ຄືນ​ໃໝ່​ຄວາມ​ປາຖະໜາ ​ແລະ ຄວາມ​ຕັດສິນ​ໃຈ​ຮ່ວມ​ມື ​ເພື່ອ​ແນ​ໃສ່​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​, ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ, ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ ​ແລະ ການບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ບົນ​ພື້ນຖານ​ບັນດາ​ຫຼັກການຂອງ​ກົດໝາຍ​ສາກົນ. ທັງ​ສອງ​ຝ່າຍ​ກໍ່​ຢືນຢັນ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ເຄົາລົບ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC)  ​ແລະ ສະ​ແດງ​ຄວາມປາຖະໜາ​ວ່າ ບັນດາ​ຝ່າຍ​ກ່ຽວຂ້ອງ​ບັນລຸ​ໄດ້​ກົດ​ແຫ່ງ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ.

​        ໃນ​ວັນ​ດຽວ​ກັນ, ທ່ານ ViJay Kumar Singh ລັດຖະມົນຕີ​ການ​ຕ່າງປະ​ເທດອິນ​ເດຍ ກໍ່​ໄດ້​ເຂົ້າ​ຢ້ຽມ​ຄຳນັບ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ

ຂ່າວ/ບົດ​ອື່ນ