ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຖະແຫຼງຂ່າວກ່ຽວກັບໝາກຜົນຂອງສັບປະດາຂັ້ນສູງ APEC 2018

(VOVWORLD) - ກອງປະຊຸມໄດ້ສະແດງລັກສະນະແຕກຕ່າງກັນຢ່າງເລິກເຊິ່ງລະຫວ່າງບາງປະເທດສະມາຊິກ, ພິເສດແມ່ນລະຫວ່າງ ອາເມລິກາ ແລະ ຈີນ ກ່ຽວກັບການອາລັກຂາດ້ານການຄ້າ ແລະ ລະບົບການຄ້າຫຼາຍຝ່າຍ.

ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຖະແຫຼງຂ່າວກ່ຽວກັບໝາກຜົນຂອງສັບປະດາຂັ້ນສູງ APEC 2018 - ảnh 1ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ບຸ່ຍແທັງເຊີນ

(ພາບ:TTXVN )

ໃນລະຫວ່າງວັນທີ 17 ແລະ 18 ພະຈິກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 26 ໄດ້ຮັບການຈັດຕັ້ງຢູ່ປາປົວນິວກີເນ. ເມື່ອຕອບສຳພາດຕໍ່ນັກຂ່າວກ່ຽວກັບໝາກຜົນຂອງກອງປະຊຸມ, ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ບຸ່ງແທັງເຊີນ ໃຫ້ຮູ້ວ່າ: ກອງປະຊຸມໄດ້ສະແດງລັກສະນະແຕກຕ່າງກັນຢ່າງເລິກເຊິ່ງລະຫວ່າງບາງປະເທດສະມາຊິກ, ພິເສດແມ່ນລະຫວ່າງ ອາເມລິກາ ແລະ ຈີນ ກ່ຽວກັບການອາລັກຂາດ້ານການຄ້າ ແລະ ລະບົບການຄ້າຫຼາຍຝ່າຍ. ນີ້ກໍ່ແມ່ນສາຍເຫດຕົ້ນຕໍທີ່ພາໄປເຖິງກອງປະຊຸມສຸດຍອດສິ້ນສຸດລົງແຕ່ບໍ່ຮັບຮອງເອົາຖະແຫຼງການຮ່ວມຂອງການນຳ APEC ຄືທຳນຽມ. ກອງປະຊຸມປີນີ້ ເປັນຄັ້ງທຳອິດໃນຈຳນວນ 26 ຄັ້ງທີ່ຈັດຕັ້ງກອງປະຊຸມສຸດຍອດ APEC ເຊິ່ງການນຳ APEC ບໍ່ຮັບຮອງເອົາຖະແຫຼງການຮ່ວມໄດ້.

        ທ່ານຮອງລັດຖະມົນຕີ ບຸ່ຍແທັງເຊີນ ໃຫ້ຮູ້ວ່າ: ໃນໂອກາດສັບປະດາຂັ້ນສູງ APEC, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີການເຈລະຈາ, ການແລກປ່ຽນເລິກເຊິ່ງ, ກ້ວາງຂວາງກັບການນຳບັນດາພື້ນຖານເສດຖະກິດ, ໃນນັ້ນມີນາຍົກລັດຖະມົນຕີປະເທດເຈົ້າພາບ ປາປົວນີວກີເນ, ນິວຊີແລນ, ວານູວອນຕູ, ການນຳບັນດາເກາະແຫ່ງຕ່າງໆຢູ່ ປາຊີຟິກ ແລະ ປະເທດສະມາຊິກ APEC ອື່ນໆ…

        ບັນດາການນຳເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນເພື່ອຊຸກຍູ້ບັນດາໝາກຜົນເຊິ່ງ APEC ບັນລຸໄດ້ໃນປີ 2017 ຢູ່ ຫວຽດນາມ ແລະ ປີ 2018 ຢູ່ ປາປົວນິວກີເນ. ການນຳບັນດາປະເທດກໍ່ໄດ້ຢັ້ງຢືນ ຫຼື ຢັ້ງຢືນຄືນໃໝ່ການສະໜັບສະໜູນຕໍ່ເລື່ອງ ຫວຽດນາມ ອອກສະໝັກເລືອກຕັ້ງເປັນກຳມະການບໍ່ປະຈຳຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021 ແລະ ເຊື່ອໝັ້ນວ່າ ຫວຽດນາມ ຈະຮັບຜິດຊອບບົດບາດນີ້ສຳເລັດຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ