ຮອດປີ 2020, ໂຄງການ OCOP ຈະປະຕິບັດການຫັນເປັນມາດຕະການ ປະມານ 2.400 ຜະລິດຕະພັນ

(VOVWORLD) -ໂຄງການ “ໜຶ່ງຕາແສງໜຶ່ງຜະລິດຕະພັນ ໄລຍະ 2018 – 2020 (OCOP) ຫາກໍໄດ້ຮັບການໃຫ້ອະນຸມັດຜ່ານຢ່າງເປັນທາງການ ແລະ ໄດ້ປະຕິບັດໃນຂອບເຂດທົ່ວປະເທດ. 

ຕາມນັ້ນແລ້ວ, ນັບແຕ່ນີ້ຮອດປີ 2020, ໂຄງການຈະປະຕິບັດການຫັນເປັນມາດຕະການຢ່າງໜ້ອຍ ແມ່ນ 50% ຈໍານວນຜະລິດຕະພັນທີ່ພວມມີ, ເທົ່າກັບປະມານ 2.400 ຜະລິດຕະພັນ ເຊິ່ງຄາດວ່າ ລວມຍອດຄ່າໃຊ້ຈ່າຍ ປະມານ 45.000 ຕື້ດົງ, ເຊິ່ງຕົ້ນຕໍ່ແມ່ນເອົາມາຈາກແຫຼ່ງທຶນປະກອບຂອງພາກສ່ວນຕ່າງໆໃນສັງຄົມ.

         ທ່ານ ຫງວຽນມິງຕ໋ຽນ, ຫົວໜ້າກົມ, ຫົວໜ້າຫ້ອງການປະສານງານຊົນນະບົດໃໝ່ສູນກາງ, ໃຫ້ຮູ້ວ່າ,

        “ສໍາລັບໂຄງການ OCOP ແລ້ວ, ທໍາອິດ ແມ່ນພວກເຮົາຕ້ອງສ້າງເງື່ອນໄຂ ເພື່ອໃຫ້ບັນດາສະຫະກອນ ໄດ້ຮັບການໜູນຊ່ວຍ, ສ້າງບັນດາວິທີການຜະລິດ, ດໍາເນີນທຸລະກິດ. ເຮັດແນວໃດ ໃຫ້ມີບັນດາວິທີການ ເພື່ອພັດທະນາບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງທ້ອງຖິ່ນ, ຕິດພັນກັບຕະຫຼາດ. ພວກເຮົາຈະໜູນຊ່ວຍຍົກສູງກໍາລັງຄວາມສາມາດ. ທີສອງແມ່ນ, ບົນພື້ນຖານບັນດານະໂຍບາຍພວມປະກາດໃຊ້ໃນປັດຈຸບັນນັ້ນ ຈະສ້າງເງື່ອນໄຂສະດວກໃຫ້ບັນດາສະຫະກອນ ໄດ້ຊົມໃຊ້ແຫຼ່ງທຶນສິນເຊື່ອ ແລະ ສຸດທ້າຍແມ່ນ ສ້າງກາລະໂອກາດໃຫ້ບັນດາສະຫະກອນໄດ້ເຂົ້າຮ່ວມບັນດາລາຍການສົ່ງເສີມການຄ້າ”.

ຕອບກັບ

ຂ່າວ/ບົດ​ອື່ນ