ຮອບຄັດເລືອກ U23 ອາຊີ 2020: ທິມ U23 ຫວຽດນາມ ເອົາຊະນະ ອິນໂດເນເຊຍ 1 ປະຕູຕໍ່ 0

(VOVWORLD) -ທິມ U23 ໄທ ນໍາໜ້າສາຍ K, ຖັດຕໍ່ມາແມ່ນທິມ U23 ຫວຽດນາມ ຕໍ່ຈາກນັ້ນແມ່່ນທິມ U23 ອິນໂດເນເຊຍ ແລະ U23 ບຣູໄນ.

ຕອນຄໍ່າວັນທີ 24 ມີນາ ຢູ່ສະໜາມກິລາ ແຫ່ງຊາດ ໝີ໋ດິ່ງ ຮ່າໂນ້ຍ,  ໄດ້ດໍາເນີນການແຂ່ງຂັນເຕະບານ 2 ນັດຢູ່ຮອບຄັດເລືອກໃນສາຍ K- ການແຂ່ງຂັນບານເຕະ U23 ອາຊີ 2020 ລະຫວ່າງ ທິມບານເຕະ U23 ໄທ ພົບກັບ ທິມ U23 ບຣູໄນ ແລະ ທິມ U23 ຫວຽດນາມ ພົບກັບທິມ U23 ອິນໂດເນເຊຍ.

ຮອບຄັດເລືອກ U23 ອາຊີ 2020: ທິມ U23 ຫວຽດນາມ ເອົາຊະນະ ອິນໂດເນເຊຍ 1 ປະຕູຕໍ່ 0 - ảnh 1 ນັກກິລາ ຫວຽດຮຶງ (ຜູ້ນຸ່ງເສື້ອໝາຍເລກ 7) ເປັນຜູ້ຍິງເຂົ້າປະຕູ (ພາບ:bongda.com.vn)

        ຜົນການແຂ່ງຂັນມີຢູ່ວ່າ ທິມ U23 ໄທ ເອົາຊະນະ U23 ບຣູໄນ 8 ປະຕູ ຕໍ່ 0 ແລະ ທິມ U23 ຫວຽດນາມ ເອົາຊະນະ ອິນໂດເນເຊຍ ດ້ວຍ 1 ປະຕູຕໍ່ 0.

        ອັນດັບຈັດໃນຕາຕະລາງແຂ່ງຂັນຄືດັ່ງຕໍ່ໄປນີ້: ທິມ U23 ໄທ ນໍາໜ້າສາຍ K, ຖັດຕໍ່ມາແມ່ນທິມ U23 ຫວຽດນາມ ຕໍ່ຈາກນັ້ນແມ່່ນທິມ U23 ອິນໂດເນເຊຍ ແລະ U23 ບຣູໄນ.

        ການແຂ່ງຂັນນັດທີ 3 ແລະ ກໍແມ່ນນັດສຸດທ້າຍ ເຊິ່ງຈະດໍາເນີນໃນວັນທີ 26 ມີນາ ດ້ວຍການແຂ່່ງຂັນລະຫວ່າງ U23 ຫວຽດນາມ ແລະ U23 ໄທ. ນັດແຂ່ງຂັນດັ່ງກ່າວ ຈະເປັນນັດຕັດສິນວ່າ ທິມໃດຈະໄດ້ລອດເຂົ້າໃນຮອບຊີງຊະນະເລີດ.

ຕອບກັບ

ຂ່າວ/ບົດ​ອື່ນ