ຮອບເຈລະຈາທີ5ກຸ່ມປະຕິບັດງານປຶກສາຫາລືກ່ຽວກັບການຮ່ວມມືພ້ອມກັນພັດທະນາທາງທະເລຫວຽດນາມ-ຈີນ

ຮອບເຈລະຈາທີ5ກຸ່ມປະຕິບັດງານປຶກສາຫາລືກ່ຽວກັບການຮ່ວມມືພ້ອມກັນພັດທະນາທາງທະເລຫວຽດນາມ-ຈີນ - ảnh 1
(ພາບປະກອບ)

(vovworld) – ​ໃນ​ລະຫວ່າງ​ວັນ​ທີ 25 – 27/08, ຢູ່​ນະຄອນ​ຕາລຽນ, ​ແຂວງ ​ແລວ​ນິງ, ປະ​ເທດ​ຈີນ ​ໄດ້​ດຳ​ເນີນ​ຮອບ​ເຈລະຈາ​​ທີ 5 ກຸ່ມ​ປະຕິບັດ​ງານ ປຶກສາ​ຫາລື​ກ່ຽວ​ກັບການ​ຮ່ວມ​ມື​​ເພື່ອ​ພ້ອມ​ກັນ​ພັດທະນາ​ທາງ​ທະ​ເລ ຫວຽດນາມ - ຈີນ​. ຫົວໜ້າ​ກຸ່ມ​ປະຕິບັດ​ງານ​ຝ່າຍ​ຫວຽດນາມ ​​ແມ່ນ​ທ່ານ​ຮອງ​ຫົວໜ້າ​ຄະນະ​ກຳ​ມະ​ການ​ຊາຍ​ແດນ​ແຫ່ງຊາດ, ກະຊວງ​ການ​ຕ່າງປະ​ເທດ ຫງວຽນ​​ແອ​ງຢຸງ ນຳ​ໜ້າ ​ແລະ ທ່ານ​ຫົວໜ້າ​ກຸ່ມ​ປະຕິບັດ​ງານ​ຝ່າຍ​ຈີນ ​​ແມ່ນ​ຜູ້​ຕ່າງ​ໜ້າ​ກ່ຽວ​ກັບ​ບັນ​ຫາ​ຊາຍ​ແດນ ​ແລະ ທະ​ເລ, ກະຊວງ​ການ​ຕ່າງປະ​ເທດ​ຈີນ ຈຸ​ຈຽນ ນຳ​ໜ້າ.

        ​ໃນ​ບັນຍາກາດ​ກົງ​ໄປ​ກົງ​ມາ ​ແລະ ​ເປີດ​ອົກ​ເປີດ​ໃຈ, 2 ຝ່າຍ​ໄດ້​ສະ​ເໜີ ​ແລະ ​ແລກປ່ຽນ​ຫຼັກໝັ້ນ, ທັດສະ​ນະຂອງກັນ, ຊອກ​ຫາ​ຄວາມ​ສາມາດກ່ຽວ​ກັບການ​ຮ່ວມ​ມື ​ເພື່ອ​ພ້ອມ​ກັນ​ພັດທະນາ​ບົນ​ທະ​ເລ​. 2 ຝ່າຍ​ໄດ້​ເຫັນ​ດີ​ສືບ​ຕໍ່​ອີງ​ໃສ່​ຄວາມ​ຮັບ​ຮູ້​ລວມທີ່​ກ່ຽວຂ້ອງ​ ຂອງ​ການ​ນຳ​ຂັ້ນ​ສູງ​ຫວຽດນາມ - ຈີ​ນ, ​ເຄົາລົບ “ຂໍ້​ຕົກລົງ​ກ່ຽວ​ກັບ​ບັນດາ​ຫຼັກການ​ພື້ນຖານຊີ້​ນຳ ​ແກ້​ໄຂ​ບັນຫາ​ຢູ່​ທະ​ເລ​ລະຫວ່າງ​ຫວຽດນາມ - ຈີນ” ​ເຊິ່ງ​ໄດ້​ຮັບ​ການ​ລົງ​ນາມ​ເມື່ອ​ປີ 2011 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ຮ່ວມ​ມື​ພ້ອມ​ກັນພັດທະນາ​ບົນ​ທະ​ເລ, ​​​ໃຫ້ເໝາະ​ສົມ​ກັບ​ຂໍ້​ກຳນົດ​ຂອງ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982.

ຂ່າວ/ບົດ​ອື່ນ