ຮອບເຈລະຈານິວເຄຼຍອີຣານຄັ້ງຕໍ່ໄປຈະດຳເນີນໄປໃນອາທິດໜ້າ

ຮອບເຈລະຈານິວເຄຼຍອີຣານຄັ້ງຕໍ່ໄປຈະດຳເນີນໄປໃນອາທິດໜ້າ - ảnh 1
ຮອບ​ເຈ​ລະ​ຈາ​ລະ​ຫວ່າງ ກຸ່ມ P5+1 ແລະ ອີ​ຣານ
(ພາບ​ປະ​ກອບ​ຈາກ TTXVN)

(vovworld) – ວັນ​ທີ 16/4, ສະ​ຫະ​ພາບ​ເອີ​ລົບ (ອີ​ຢູ) ໄດ້​ປະ​ກາດ​ຮອບ​ເຈ​ລະ​ຈາ​ຕໍ່​ໄປ​ລະ​ຫວ່າງ ອີ​ຣານ ແລະ ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ​ຈະ​ດຳ​ເນີ​ນ​ໄປ​ຢູ່ Vienna (ປະ​ເທດ ອົດ​ຕາ​ລິດ) ໃນ​ລະ​ຫວ່າງວັນ​ທີ 22 – 23/4 ຈະ​ມາ​ເຖິງ​ເພື່ອ​ແນ​ໃສ່​ພັດ​ທະ​ນາ​ຂອບ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ໂຄງ​ການ​ນິວ​ເຄຼຍ​ຂອງ ເຕ​ເຮ​ຣານ ທີ່​ບັນ​ລຸ​ໄດ້​ກ່ອນນີ້ 2 ອາ​ທິດ. ຕາມ​ແຈ້ງ​ການ​ແລ້ວ, 2 ຝ່າ​ຍ​ຈະ​ສືບ​ຕໍ່​ເຮັດ​ວຽກ​ເພື່ອມ​ຸ່ງ​ໄປ​ເຖິງ​ມາດ​ຕະ​ການ​ຮອບ​ດ້ານ​ໃຫ້​ແກ່​ບັນ​ຫາ​ນິວ​ເຄຼຍ​ຂອງ ອີ​ຣານ ໂດຍ​ອີງ​ໃສ່​ບັນ​ດາ​ຂໍ້​ຕົກ​ລົງ​ສຳ​ຄັນ​ທີ່​ບັນ​ລຸ​ໄດ້​ຢູ່ ສະ​ວິດ​ໃນ​ວັນ​ທີ 2/4. ການ​ເຈ​ລະ​ຈາ​ຈະ​ດຳ​ເນີນ​ໄປ​ຢູ່​ຂັ້ນ​ການ​ນຳ​ການ​ເມືອງ, ກ່ອນ​ອື່ນ​ໝົດ, ເຈົ້າ​ໜ້າ​ທີ່​ຮັບ​ຜິດ​ຊອບ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ ອີ​ຢູ, ທ່ານ​ນາງ Helga Schmid ຈະ​ເຈ​ລະ​ຈາ​ກັບ​ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອີ​ຣານ Abbas Araghchi. ຫຼັງ​ຈາກນັ້ນ, ບັນ​ດາ​ເຈົ້າ​ໜ້າ​ທີ່​ຂອງ​ກຸ່ມ P5+1 (ລວມ​ມີ: ອາ​ເມ​ລິ​ກາ, ອັງ​ກິດ, ຝ​ຣັ່ງ, ລັ​ດ​ເຊຍ, ຈີນ ແລະ ເຢຍ​ລະ​ມັນ) ຈະ​ພ້ອມ​ກັນ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ. ​ແຈ້ງ​ການ​ຂອງ ອີ​ຢູ ກໍ່​ໃຫ້​ຮູ້​ວ່າ ຄຽງ​ຄູ່​ກັບ​ການ​ເຈ​ລະ​ຈາ​ດັ່ງ​ກ່າວ, ບັນ​ດາ​ນັກ​ຊ່ຽວ​ຊານ​ຈະ​ສືບ​ຕໍ່​ວຽກ​ງານ​ກ່ຽວ​ກັບ​ ເຕັກ​ນິກ​ລະ​ອຽດ​ທີ່​ຈຳ​ເປັນ​ເພື່​ອ​ແນ​ໃສ່​ປະ​ຕິ​ບັດ​ສຳ​ເລັດ​ຂໍ້​ຕົກ​ລົງ​ການ​ເມືອງ.

 


ຂ່າວ/ບົດ​ອື່ນ