ຮ່າໂນ້ຍ ແລະ ມົດສະກູເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ

(VOVWORLD) -ໃນຂອບເຂດບັນດາການເຄື່ອນໄຫວຢູ່ນອກການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ນັ້ນ, ວັນທີ 25 ພຶດສະພາ, ທ່ານຫງວຽນດຶກຈຸງ, ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ພົບປະ ແລະ ເຮັດວຽກກັບທ່ານ Sergey Sobyanin ເຈົ້າຄອງນະຄອນມົດສະກູ.
ຮ່າໂນ້ຍ ແລະ ມົດສະກູເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ - ảnh 1

ພິທີລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງຜູ້ຕາງໜ້າຮ່າໂນ້ຍ-ມົດສະກູ

(ພາບ: TTXVN )

ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງນະຄອນຫຼວງຮ່າໂນ້ຍ-ມົດສະກູ ໄລຍະ 2019-2021. ພາຍຫຼັງພິທີລົງນາມ, ສອງຝ່າຍໄດ້ດຳເນີນການພົບປະເຈລະຈາເພື່ອແລກປ່ຽນ ແລະ ເຫັນດີເປັນເອກະພາບຕໍ່ບັນດາເນື້ອໃນລະອຽດຂອງໂຄງການຮ່ວມມືລະຫວ່າງສອງນະຄອນ.

  ທີ່ການພົບປະເຈລະຈາ: ທ່ານເຈົ້າຄອງມົດສະກູຢືນຢັນວ່າ ມົດສະກູ ພ້ອມແລ້ວທີ່ຈະຮ່ວມມື, ແບ່ງປັນກັບຮ່າໂນ້ຍ ບັນດາເຕັກໂນໂລຊີ, ຜົນງານກ້າວໜ້າທີ່ໄດ້ຮັບການຕີລາຄາສູງຈາກໂລກໃນບັນດາຂົງເຂດກໍ່ສ້າງນະຄອນອັດສະລິຍະ, ອຳນາດການປົກຄອງເອເລັກໂຕນິກ, ສາທາລະນະສຸກ, ການກວດ, ປີ່ນປົວພະຍາດດ້ວຍເຕັກໂນໂລຊີສູງ, ການສຶກສາ ແລະ ບຳລຸງສ້າງ, ການທ່ອງທ່ຽວ, ແລກປ່ຽນສິລະປະວັດທະນະທຳ, ອາຫານການກິນກໍ່ຄືການພົບປະແລກປ່ຽນປະຊາຊົນ.

   ທ່ານປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຫງວຽນດຶກຈຸງ ປາດຖະໜາວ່າ ທ່ານເຈົ້າຄອງນະຄອງ Sergey Sobyanin  ແລະ ອຳນາດການປົກຄອງມົດສະກູ ຈະສ້າງເງື່ອນໄຂອຳນວຍຄວາມສະດວກກ່ວາອີກໃນການດຳລົງຊີວິດ ແລະ ດຳເນີນທຸລະກິດຂອງຊາວຫວຽດນາມ ອາໃສຢູ່ນະຄອນຫຼວງມົດສະກູ ກໍ່ຄືໜູນຊ່ວຍການເປີດກ້ວາງການດຳເນີນທຸລະກິດຂອງສູນຮ່າໂນ້ຍ ຢູ່ມົດສະກູ. ນະຄອນຮ່າໂນ້ຍ ຈະສົມທົບກັບນະຄອນມົດກສະກູ ຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງ “ຊຸມວັນມົດກສະກູຢູ່ຮ່າໂນ້ຍ” ສຳເລັດຜົນໃນເດືອນພະຈິກທີ່ຈະມາເຖິງ ໃນຂອບເຂດບັນດາການເຄືອ່ນໄຫວສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ-ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ