ຮ່າໂນ້ຍຈະມີເຂດລະຫຼີ້ນບັນເທິງຄົບວົງຈອນ Sanrio Hello Kitty ໃຫຍ່ທີ່ສຸດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້

(VOVWORLD) -ວັນທີ 19 ພຶດສະພາ, ກຸ່ມບໍລິສັດ BRG ພັດທະນາໂຄງການເຂດລະຫຼີ້ນບັນເທິງ ຄົບວົງຈອນ Sanrio Hello Kitty World ຮ່າໂນ້ຍ. Sanrio Hello Kitty World ຮ່າໂນ້ຍ ແມ່ນເຂດລະຫຼີ້ນບັນເທິງຄົບວົງຈອນທໍາອິດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ທີ່ມີເຄື່ອງໝາຍການຄ້າ Sanrico.
ຮ່າໂນ້ຍຈະມີເຂດລະຫຼີ້ນບັນເທິງຄົບວົງຈອນ Sanrio Hello Kitty ໃຫຍ່ທີ່ສຸດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ - ảnh 1 ພິທີຜັນຂະຫຍາຍໂຄງການ

ຄາດວ່າ, ໂຄງການດັ່ງກ່າວ ຈະກໍ່ສ້າງສໍາເລັດ ແລະ ນໍາເຂົ້າເຄື່ອນໄຫວໃນປີ 2021 ເນື່ອງໃນໂອກາດຂໍ່ານັບຮັບຕ້ອນເຫດການສໍາຄັນຂອງນະຄອນຫຼວງຮ່າໂນ້ຍ ແລະ ປະເທດຊາດຫວຽດນາມ ນັ້ນແມ່ນ ກອງປະຊຸມໃຫຍ່ທົ່ວປະເທດຂອງພັກຄັ້ງທີ 13 ແລະ SEA Games 31. ໂຄງການດັ່ງກ່າວ ຈະໄດ້ກໍ່ສ້າງຢູ່ເຂດ ອຽນຟູ້, ເຕີຍໂຮ່, ຮ່າໂນ້ຍ ໂດຍກຸ່ມບໍລິສັດ BRG ຮ່ວມມືກັບ Sanrio ຍີ່ປຸ່ນ ເຊິ່ງເປັນຫົວໜ່ວຍມີເຄື່ອງໝາຍການຄ້າ Hello Kitty. ໂຄງການ ເຂດລະຫຼີ້ນບັນເທິງຄົບວົງຈອນ Sanrio Hello Kitty World ຮ່າໂນ້ຍ ຖືກກໍ່ສ້າງຂຶ້ນ ເພື່ອແນໃສ່ດຶງດູດແຂກທ່ອງທ່ຽວມາທ່ຽວຮ່າໂນ້ຍ, ຫວຽດນາມ ລະຫຼີ້ນບັນເທິງ ແລະ ຢ້ຽມຊົມ, ຊຸກຍູ້ການພົວພັນທາງການທູດ, ການລົງທຶນ, ວັດທະນະທໍາ, ການທ່ອງທ່ຽວລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ.

ຫງອກແອັງ - ນັກຂ່າວ VOV


 

ຕອບກັບ

ຂ່າວ/ບົດ​ອື່ນ