ຮ່າໂນ້ຍດຶງດູດເງິນລົງທຶນກວ່າ 365 ລ້ານ USD ໃນເດືອນ 01/2017

ຮ່າໂນ້ຍດຶງດູດເງິນລົງທຶນກວ່າ 365 ລ້ານ USD ໃນເດືອນ 01/2017 - ảnh 1
(ພາບ​ປະ​ກອບ: enternews.vn)

(vovworld) - ໃນ​ເດືອນ 01/2017, ພະ​ແນກ​ແຜນ​ການ ແລະ ການ​ລົງ​ທຶນ​ຮ່າ​ໂນ້ຍ ໄດ້​ສະ​ໜອງ​ໂຄງ​ການ​ລົງ​ທຶນ​ໃໝ່ 43 ໂຄງ​ການ, ດ້ວຍຍອດ​ທຶນ​ຈົດ​ທະ​ບຽນ​ໃໝ່​ບັນ​ລຸ​ເກືອບ 32 ລ້ານ USD. ປັບ​ປຸງ​ເພີ່ມ​ເງິນ​ລົງ​ທຶນ​ຂອງ 15 ໂຄງ​ການ, ດ້ວຍຍອດ​ເງິນ​ລົງ​ທຶນ​ເພີ່ມ​ຂຶ້ນແມ່ນ 334 ລ້ານ USD. ສະ​ນັ້ນ, ຈຳ​ນວນ​ເງິນ​ລົງ​ທຶນຂອງ​ທົ່ວ​ນະ​ຄອນ​ໃນ​ເດືອນ​ຕົ້ນ​ປີ 2017 ບັນ​ລຸ​ໄດ້​ກວ່າ 360 ລ້ານ USD. ແລະ​ກໍ​ໃນ​ເດືອນ 01/2017, ອົງ​ການ​ຈົດ​ທະ​ບຽນ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ນະ​ຄອນ​ຮ່​າ​ໂນ້ຍ ໄດ້​ສະ​ໜອງ​ໜັງ​ສື​ອະ​ນຸ​ຍາດ​ດຳ​ເນີນ​ທຸ​ລະ​ກິດ​ໃຫ້ວິ​ສາ​ຫະ​ກິດ​ສ້າງ​ຕັ້ງ​ໃໝ່ກວ່າ 1.400 ແຫ່ງ, ດ້ວຍຍອດ​​ຈຳ​ນ​ວນທຶນ​ຈົດ​ທະ​ບຽນ​ກວ່າ 13.000 ຕື້​ດົ່ງ.

ຂ່າວ/ບົດ​ອື່ນ