ຮ່າໂນ້ຍປາດຖະໜາຢາກເພີ່ມທະວີການຮ່ວມມືກັບນະຄອນຫຼວງ Buenos Aires, ອາກຊັງຕີນ

ຮ່າໂນ້ຍປາດຖະໜາຢາກເພີ່ມທະວີການຮ່ວມມືກັບນະຄອນຫຼວງ Buenos Aires, ອາກຊັງຕີນ - ảnh 1
ຮ່າໂນ້ຍປາດຖະໜາຢາກເພີ່ມທະວີການຮ່ວມມື
ກັບນະຄອນຫຼວງ Buenos Aires, ອາກຊັງຕີນ
(ພາບອິນເຕີແນັດ)

(vovworld) - ຕອນ​ບ່າຍ​ວັນ​ທີ 16/2, ທ່ານ ຫງວຽນ​ດື໋ກ​ຈູງ ປະ​ທານ​ຄະ​ນະ​ກຳ​ມະ​ການປະ​ຊາ​ຊົນ ນະ​ຄອນ ຮ່າ​ໂນ້ຍ ເຮັດ​ວຽກ​ກັບ ຄະ​ນະຜູ້​ແທນ​ພັກ​ສະ​ເໜີ​ສາ​ທາ​ລະ​ນະ​ລັດ (PRO) ກຳ​ອຳ​ນາດ ຢູ່ ອາກ​ຊັງ​ຕີນ, ໂດຍ​ທ່ານ Humberto Schiavoni, ປະ​ທານ​ພັກ​ເປັນ​ຫົວ​ໜ້າ​ຄະ​ນະ. ທີ່​ການ​ເຮັດ​ວຽກ, ທ່ານ ຈູງ ປະ​ທານ​ຄະ​ນະ​ກຳ​ມະ​ການປະ​ຊາ​ຊົນ ນະ​ຄອນ ຮ່າ​ໂນ້ຍ ປາດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ໃນຫຼາຍ​ຂົງ​ເຂດ​ລະ​ຫວ່າງ ຫວຽດ​ນາມ ແລະ ອາກ​ຊັງ​ຕີນ ເວົ້າ​ລວມ, ນະ​ຄອນຫຼວງ ຮ່າ​ໂນ້ຍ ແລະ ນະ​ຄອນຫຼວງ Buenos Aries ເວົ້າ​ສະ​ເພາະ. ຮ່າ​ໂນ້ຍ​ສືບ​ຕໍ່​ຮຽກ​ຮ້ອງ​ການ​ລົງ​ທຶນ​ເຂົ້າ​ບັນ​ດາ​ໂຄງ​ການກໍ່​ສ້າງ​ພື້ນ​ຖານໂຄງ​ລ່າງ, ການບໍ​ລິ​ການ, ​ການສຶກ​ສາ,… ນະ​ຄອນ​ຍາມ​ໃດກໍ່ຊົມ​ເຊີຍ, ພ້ອມ​ແລ້ວ​​ທີ່​ຈະສ້າງ​ເງື່ອນ​ໄຂ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ, ວິ​ສະ​ຫາ​ກິດ ຂອງ ອາກ​ຊັງ​ຕີນຊອກ​ຮູ້ ແລະ ລົງ​ທຶນ​ເຂົ້າ​ຮ່າ​ໂນ້ຍ. ນະ​ຄອນກໍ່​ປາດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​​ການ​ຮ່ວມ​ມືໃນ​ຂົງ​ເຂດ​ການ​ທອງ​ທ່ຽວ, ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ສອງ​ປະ​ເທດ.

        ສ່ວນ​ທ່ານ Humberto Schiavoni ໃຫ້​ຮູ້​ວ່າ Buenos Aries ແລ​ະ ຮ່າ​ໂນ້ຍ ສາ​ມາດ​​ຮ່ວມ​ມື, ເພີ່ມ​ເຕີມ, ໜູນ​ຊ່ວຍ​ກັນ​ໃນຫຼາຍ​ຂົງ​ເຂດ. ຄວາມສາມາດບົ່ມຊ້ອນ​ໃນ​ການຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ຍັງ​ໃຫຍ່ຫຼວງ​ຢູ່​ໃນ​ບັນ​ດາ​ຂົງ​ເຂດ​ຄື: ເສດ​ຖະ​ກິດ, ການ​ທ່ອງ​ທ່ຽວ, ວັດ​ທະ​ນະ​ທຳ, ກິ​ລາ... ອາກ​ຊັງ​ຕີນ ເອົາ​ໃຈ​ໃສ່ ແລະ ຈະ​ຄົ້ນ​ຄ້​ວາ​ບັນ​ດາ​ມາດ​ຕະ​ການເປີດກວ້າງ, ເພີ່ມ​ທະ​ວີ​​ການ​ຮ່ວມ​ມືກັບ​ຫວຽດ​ນາມ​ເວົ້າ​ລວມ, ຮ່າ​ໂນ້ຍ​ເວົ້າ​ສະ​ເພາະ.


ຕອບກັບ

ຂ່າວ/ບົດ​ອື່ນ