ຮ່າໂນ້ຍພັດທະນາພື້ນຖານໂຄງລ່າງ, ຫລຸດຜ່ອນສະພາບລົດຕິດທາງຄົມມະນາຄົມ

ຮ່າໂນ້ຍພັດທະນາພື້ນຖານໂຄງລ່າງ, ຫລຸດຜ່ອນສະພາບລົດຕິດທາງຄົມມະນາຄົມ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ​ເຮັດ​ວຽກ​ກັບ​ບັນ​ດາ​ກະ​ຊວງ
ຂະ​ແຫນງ​ການ​ກ່ຽວ​ກັບ​ສະ​ພາບ​ລົດ​ຕິດ

(vovworld)- ​ຕອນ​ເຊົ້າ​ວັນ​ທີ 16/1, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ, ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີງ​ດີງ​ຢູງ ເປັນ​ປະ​ທານ​ການ​ເຮັດ​ວຽກກັບ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ກ່ຽວ​ຂ້ອງ ເພື່ອ​ຊອກ​ຫາ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ສະ​ພາບ​ລົດ​ຕິດ​ທາງ​ຄົມ​ມະ​ນາ​ຄົມ​ຢູ່​ ຮ່າ​ໂນ້ຍ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເຫນີ ຮ່າ​ໂນ້ຍ ບໍ່​ຄວນ​ປະ​ໃຫ້ສະ​ພາບ​ລົດ​ຕິດ​ຢ່າງ​ດົນ​ນານກໍ່​ຄວ​າມ​ຂ້ອງ​ໃຈຂອງ​ປະ​ຊາ​ຊົນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຊີ້​ນຳ: ຮ່າ​ໂນ້ຍ ຄວນ​ຄຸ້ມ​ຄອງ​ການ​ວາງ​ແຜນ​ຜັງ​ເປັນ​ຢ່າງ​ດີ, ໃນ​ຕໍ່​ຫນ້າ ເດັດ​ດ່ຽວຍັງ​ບໍ່​ທັນ​ກໍ່​ສ້າງ​​ອາ​ຄານ​ຫລາຍຊັ້ນ​ ເມື່ອບໍ່​ທັນ​ມີ​ວິ​ທີ​ການ​ຕໍ່​ຄົມ​ມະ​ນ​າ​ຄົມ. ພ້ອມ​ກັນ​ນັ້ນ ຕ້ອງ​ມີ​ມາດ​ຕະ​ການກໍ່​ສ້າງ​ອາ​ຄານ​ຫລາຍ​ຊັ້ນ​ເພື່ອ​ຫລຸດ​ຜ່ອນ​ລົດ​ໂອ​ໂຕ ແລະ ລົດ​ຈັກ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ກໍ​ສະ​ເຫນີ: ຮ່າ​ໂນ້ຍ  ຍູ້​ແຮງ​ການ​ດຶງ​ດູດແຫ່ງ​ກຳ​ລັງ​ໃນ​ສັງ​ຄົມເພື່ອ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ, ເອົາ​ໃຈ​ໃສ່​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ຕ້ານ​ສະ​ພາບ​ລົດ​ຕິດ​ໃນ​ໂອ​ກາດ​ບຸນ​ປີ​ໃຫມ່​ປະ​ຈຳ​ຊາດ​ປີ 2017.


ຕອບກັບ

ຂ່າວ/ບົດ​ອື່ນ