ຮ່າໂນ້ຍມຸ່ງໄປເຖິງການກໍ່ສ້າງນະຄອນທັນສະໄໝ

(VOVWORLD) - ຕອນບ່າຍວັນທີ 17 ພຶດສະພາ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງການໂອ້ລົມສົນທະນາ “ພັດທະນາພື້ນຖານໂຄງລ່າງນະຄອນ ຮ່າໂນ້ຍ ໃຫ້ທັນໄໝ”.
ຮ່າໂນ້ຍມຸ່ງໄປເຖິງການກໍ່ສ້າງນະຄອນທັນສະໄໝ - ảnh 1 ທ່ານ ຫງວຽນດຶກຈູງ, ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ກ່າວຄຳເຫັນທີ່ການໂອ້ລົມສົນທະນາ

ກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນດຶກຈູງ, ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ເນັ້ນໜັກວ່າ: ນະຄອນ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ, ສະຫງວນຫຼາຍແຫຼ່ງກຳລັງ, ເຫືອແຮງ, ເວລາ ເພື່ອລົງທຶນຢ່າງມີຈຸດສຸມມຸ່ງໄປເຖິງນະຄອນທັນສະໄໝ, ເປັນຕາໜ້າຢູ່, ທັງໝົດເຫຼົ່ານັ້ນແມ່ນຍ້ອນຢາກປັບປຸງຊີວິດທາງດ້ານວັດຖຸ, ຈິດໃຈໃຫ້ແກ່ປະຊາຊົນ. ດັ່ງນັ້ນ, ໄລຍະຈະມາເຖິງ, ນະຄອນຈະຜັນຂະຫຍາຍບັນດາມາດຕະການມຸ່ງໄປເຖິງການປ່ຽນໃໝ່ເຕັກໂນໂລຢີກ້າວໜ້າຢ່າງແຮງ, ບໍລິຫານຄຸ້ມຄອງຢ່າງສະຫຼາດ, ຮັດກຸມ, ປະຢັດຄ່າໃຊ້ຈ່າຍນຳມາເຊິ່ງປະສິດທິຜົນໃນຫຼາຍຂົງເຂດ, ພິເສດແມ່ນລະບຽບການບໍລິຫານ, ການຄົມມະນາຄົມ, ສາທາລະນະສຸກ, ການສຶກສາ, ປົກປ້ອງສິ່ງແວດລ້ອມ…

ຕອບກັບ

ຂ່າວ/ບົດ​ອື່ນ