ຮ່າໂນ້ຍເປີດງານວາງສະແດງຮູບພາບສະເຫຼີມສະຫຼອງ20ປີແຫ່ງວັນເຂົ້າເປັນສະມາຊິກອາຊຽນ

ຮ່າໂນ້ຍເປີດງານວາງສະແດງຮູບພາບສະເຫຼີມສະຫຼອງ20ປີແຫ່ງວັນເຂົ້າເປັນສະມາຊິກອາຊຽນ - ảnh 1
(ພາບປະກອບ)

(vovworld) – ​ ວັນ​ທີ 31/8. ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ຮ່າ​ໂນ້ຍຈັດ​ຕັ້ງ​ການປະຊຸມຂ່າວ ​ແນະນຳ​ງານ​ວາງສະ​ແດງ​ຮູບ​ພາບ​ປີ 2015 ດ້ວຍ​ຫົວ​ຂ້ໍ “ອາ​ຊຽນ - 48 ປີ​ແຫ່ງ​ສັນຕິພາບ ​ແລະ ພັດທະນາ ​ແລະ 20 ປີ​ແຫ່ງ​ວັນ​ເຂົ້າ​​ປັນ​ສະມາ​ຊິກອາ​ຊຽນ”. ງານ​ວາງສະ​ແດງ​ຈະ​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 8 – 15/9 ຢູ່ ຮ່າ​ໂນ້ຍ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 10 ຫົວໜ່ວຍ​ລວມມີ: ສະຖານທູດ​ຂອງ 9 ປະ​ເທດ​ສະມາຊິກ ອາ​ຊຽນ (ບໍ່​ມີສິງ​ກະ​ໂປ) ​ແລະ ປະ​ເທດສັງ​ເກດ​ການ​ແມ່ນ ຕີ​ມໍ​ຕາ​ເວັນ​ອອກ. ງານ​ວາງສະ​ແດງ​​ໄດ້​ແນະນຳ​ບັນດາຜົນງານ​ດີ​ເດ່​ັນ ​ເຊິ່ງແຕ່ລະ​ປະ​ເທດ ​ບັນລຸ​ໄດ້​ເມື່ອ​ເຂົ້າ​​ເປັນ​ສະມາຊິກອາ​ຊຽນ. ນີ້​ກໍ​ແມ່ນ​ກາລະ​ໂອກາດ​​ເພື່ອແນະນຳ, ​ໂຄສະນາ​ບັນດາ​ຄວາມ​ງາມ​ກ່ຽວ​ກັບ​ວັດທະນະທຳ, ມະນຸດ, ທັດສະນີ​ຍະ​ພາບ​ທີ່​ສວຍ​ງາມຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ເຖິງ​ປະຊາຊົນ​ນະຄອນຫລວງ ​ແລະ ​ເພື່ອນ​ມິດສາ​ກົນ ທີ່ພວມ​ຮ່ຳຮຽນ, ​ເຮັດ​ວຽກ​ຢູ່ ຫວຽດນາມ.

 

 

 

ຂ່າວ/ບົດ​ອື່ນ