ຮ່າໂນ້ຍແລະນະຄອນໂຮ່ຈິມິນຮັບລາງວັນບັ້ນເຄື່ອນໄຫວ marketing TPO ດີທີ່ສຸດ 2018

(VOVWORLD) -ຕອນຄ່ຳວັນທີ 22 ມິຖຸນາ, ຢູ່ນະຄອນໂຮ່ຈິມິນ, ໃນພິທີອັດເວທີປາໄສອົງການສົ່ງເສີມການທ່ອງທ່ຽວບັນດານະຄອນພາກພື້ນອາຊີ - ປາຊີຟິກ (TPO) ຄັ້ງທີ 8 ປີ 2018 ໄດ້ດຳເນີນລາຍການມອບລາງວັນ TPO ໃນຂົງເຂດທ່ອງທ່ຽວ.
ຮ່າໂນ້ຍແລະນະຄອນໂຮ່ຈິມິນຮັບລາງວັນບັ້ນເຄື່ອນໄຫວ marketing TPO ດີທີ່ສຸດ 2018 - ảnh 1 (ຮ່າໂນ້ຍແລະນະຄອນໂຮ່ຈິມິນຮັບລາງວັນບັ້ນເຄື່ອນໄຫວ marketing TPO ດີທີ່ສຸດ 2018)

ນະຄອນໂຮ່ຈິມິນ ແລະ ນະຄອນຫຼວງຮ່າໂນ້ຍ ໄດ້ເປັນກຽດໄດ້ຮັບລາງວັນບັ້ນເຄື່ອນໄຫວ marketing TPO ດີທີ່ສຸດ ປີ 2018.

      ເວທີປາໄສ TPO ຄັ້ງທີ 8 ປີ 2018 ດຳເນີນໃນລະຫວ່າງວັນທີ 21 – 22 ມິຖຸນາ ຢູ່ນະຄອນໂຮ່ຈິມິນ ດ້ວຍການເຄື່ອນໄຫວຫຼາຍຢ່າງຄື: ການພົບປະແລກປ່ຽນ, ການເຊື່ອມຕໍ່ລະຫວ່າງບັນດານະຄອນ, ວິສາຫະກິດຂອງບັນດາປະເທດແມ່ນສະມາຊິກຂອງ TPO.

      ດ້ວຍຫົວຂໍ້ “ທ່ອງທ່ຽວສະຫຼາດ”, ເວທີປາໄສ TPO ລວມມີບັນດາການເຄື່ອນໄຫວຄື: ລາຍການພົບປະການຄ້າທ່ອງທ່ຽວ TPO ເປີດກວ້າງ ສົມທົບກັບງານວາງສະແດງທ່ອງທ່ຽວສະຫຼາດ; ກອງປະຊຸມຄະນະກຳມະການບໍລິຫານຈັດຕັ້ງ TPO ຄັ້ງທີ 31; ການພົບປະແລກປ່ຽນລະຫວ່າງບັນດານະຄອນສະມາຊິກ TPO.

ຕອບກັບ

ຂ່າວ/ບົດ​ອື່ນ