ເກຼັກ ແລະ ມາເຊໂດນີ ລົງນາມຂໍ້ຕົກລົງປະຫວັດສາດປ່ຽນຊື່ປະເທດ

(VOVWORLD) - ມາເຊໂດນີ ໄດ້ປ່ຽນຊື່ເປັນປະເທດສາທານະລະລັດ ມາເຊໂດນີ ເໜືອ, ພ້ອມກັນນັ້ນ,  ເກັຼກ ຈະຢຸດຕິການຄັດຄ້ານປະເທດບ້ານໃກ້ເຮືອນຄຽງທາງພາກເໜືອເຂົ້າຮ່ວມ EU ແລະ ອົງການສົນທິສັນຍາມະຫາສະໝຸດອັດລັງຕິກເໜືອ (NATO).

ເກຼັກ ແລະ ມາເຊໂດນີ ລົງນາມຂໍ້ຕົກລົງປະຫວັດສາດປ່ຽນຊື່ປະເທດ - ảnh 1 ນາຍົກລັດຖະມົນຕີ 2 ປະເທດໃນພິທີລົງນາມຂໍ້ຕົກລົງ

(ພາບ: AFP)

ວັນທີ 17 ມິຖຸນາ, ທ່ານ Nikos Kotzias, ລັດຖະມົນຕີການຕ່າງປະເທດ ເກັຼກ ແລະ ທ່ານ Nikola Dimitrov, ລັດຖະມົນຕີການຕ່າງປະເທດ ມາເຊໂດນີ ໄດ້ເຊັນຂໍ້ຕົກລົງປະຫວັດສາດລະຫວ່າງ 2 ປະເທດກ່ຽວກັບການປ່ຽນຊື່ ມາເຊໂດນີ ເປັນ ສາທານະລະລັດ ມາເຊໂດນີ ເໜືອ. ພິທີລົງນາມໄດ້ຮັບການດຳເນີນຢູ່ເຂດໜອງ Prespes ຢູ່ເຂດຊາຍແດນ ເກຼັກ - ມາເຊໂດນີ ພາຍໃຕ້ການເປັນສັກຂີພິຍານຂອງນາຍົກລັດຖະມົນຕີ 2 ປະເທດ ແລະ ເຈົ້າໜ້າທີ່ສະຫະປະຊາຊາດ, ສະຫະພາບເອີລົບ (EU).

        ຕາມຂໍ້ຕົກລົງດັ່ງກ່າວ, ມາເຊໂດນີ ໄດ້ປ່ຽນຊື່ເປັນປະເທດສາທານະລະລັດ ມາເຊໂດນີ ເໜືອ, ພ້ອມກັນນັ້ນ,  ເກັຼກ ຈະຢຸດຕິການຄັດຄ້ານປະເທດບ້ານໃກ້ເຮືອນຄຽງທາງພາກເໜືອເຂົ້າຮ່ວມ EU ແລະ ອົງການສົນທິສັນຍາມະຫາສະໝຸດອັດລັງຕິກເໜືອ (NATO). ແຕ່ເຖິງຢ່າງໃດກໍ່ຕາມ, ເພື່ອໃຫ້ມີຜົນສັກສິດ, ຂໍ້ຕົກລົງນີ້ຕ້ອງໄດ້ຮັບການສັດຕະຍາບັນຈາກສະພາແຫ່ງຊາດ ມາເຊ ມາເຊໂດນີ ແລະ ຈາກນັ້ນ, ຕ້ອງນຳໄປລົງປະຊາມະຕິຢູ່ ມາເຊໂດນີ ໃນເດືອນ ກັນຍາ  ຈະມາເຖິງ. ສ່ວນຝ່າຍ ເກຼັກ, ຂໍ້ຕົກລົງນີ້ກໍ່ຕ້ອງໄດ້ຮັບການຮັບຮອງເອົາຈາກສະພາແຫ່ງຊາດ.

ຄາດວ່າ, ຂໍ້ຕົກລົງປະຫວັດສາດດັ່ງກ່າວໄດ້ຮັບການລົງນາມຈະເປີດຊ່ອງທາງພາໄປເຖິງການຢຸດຕິການໂຕ້ຖຽງກັນທີ່ແກ່ຍາວເປັນເວລາຫຼາຍປີຜ່ານມາລະຫວ່າງ 2 ປະເທດເຊິ່ງກ່ຽວຂ້ອງເຖິງຊື່ທາງການຂອງ ມາເຊໂດນີ.

ຕອບກັບ

ຂ່າວ/ບົດ​ອື່ນ