ເກຼັກຕ້ອງການ50ຕື້ເອີໂຣຕື່ມອີກເພື່ອຮັກສາສະຖຽນລະພາບດ້ານການເງິນ

ເກຼັກຕ້ອງການ50ຕື້ເອີໂຣຕື່ມອີກເພື່ອຮັກສາສະຖຽນລະພາບດ້ານການເງິນ - ảnh 1
ປະ​ຊາ​ຊົນ ເກຼັກ ເດີນ​ຂະ​ບວນ​​ຕໍ່​ໜ້າ​ສຳ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ​ຢູ່​ນະ
​ຄອນຫຼວງ ອາ​ແທນ ໃນ​ວັນ​ທີ 29/6
(ພາບ: AFP/TTXVN)

(vovworld) – ວັນ​ທີ 2/7, ກອງ​ທຶນ​ເງິນ​ຕາ​ສາ​ກົນ (IMF) ໃຫ້​ຮູ້​ວ່າ ເກຼັກ​ຕ້ອງ​ການ​ຈຳ​ນວນເງິນ​​ຢ່າງ​ໜ້ອຍ​ສຸດແມ່ນ 50 ຕື້ ເອີ​ໂຣ (ເທົ່າ​ກັບ 55,4 ຕື້ USD) ຕື່ມ​ອີກ, ໃນ​ນັ້ນ​​​ 36 ຕື້ ເອີ​ໂຣ​ ແມ່ນຈາກ​ບັນ​ດາ​ຄູ່​ຮ່ວມ​ມື​​ເງິນ​ທີ່ຂຶ້​ນ​ກັບ​ສະ​ຫະ​ພາບ ເອີ​ລົບ (ອີ​ຢູ) ໃຫ້​ກູ້​ຢືມເພື່ອ​​ຮັກ​ສາ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເງິນ​ຂອງ​ປະ​ເທດນີ້. ໃນ​ບົດ​ລາຍ​ງານ​ໃໝ່​ກ່ຽວ​ກັບ​ຄວາມ​ຕ້ອງ​ການ​ດ້ານ​ການ​ເງິນ​ຂອງ ເກຼັກ, IMF ກໍ່​ຫລຸດ​ຜ່ອນ​ການ​ຄາດ​ຄະ​ເນ​ດ້ານ​ເສດ​ຖະ​ກິດ​ຂອງ​ປະ​ເທດນີ້​ໃນ​ປີນີ້​ແຕ່​ລະ​ດັບ 2,5% ລົງ​ເຫຼືອ​ພຽງ 0%. ໃນ​ການ​ຄາດ​ຄະ​ເນ​ຂອງ​ອົງ​ການນີ້​. IMF ກ່າວ​ເຕືອນ​ວ່າ ອາ​ແທນ ຈະ​ຕ້ອງ​​ຕໍ່ກຳ​ນົດ​ເວ​ລາ​ໃຫ້​ບັນ​ດາ​ບ້ວງ​ເງິນ​ກູ້​ຢືມຈາກ ອີ​ຢູ ແລະ ລົ​ບ​ລ​້າງ​ບ້ວງ​ໜີ້​ໃຫຍ່ ຖ້າ​ຫາກ​ເສດ​ຖະ​ກິດ​ຂອງ ເກຼັກ ເຕີບ​ໂຕ​ຊັກ​ຊ້າ​ກ່​ວາ​ການ​ຄາ​ດ​ຄະ​ເນ ແລະ ບັນ​ດາ​ໂຄງ​ການ​ປະ​ຕິ​ຮູບ​ດ້ານ​ເສດ​ຖະ​ກິດບໍ່​ສາ​ມາດ​ປະ​ຕິ​ບັດ​ໄດ້.


ຂ່າວ/ບົດ​ອື່ນ