ເກີດອຸປະຕິເຫດລົດບັນຈຸຊາວຫວຽດນາມຢູ່ແຂວງສາລະວັນ,ລາວເຮັດໃຫ້8ຄົນໄດ້ຮັບບາດເຈັບແລະເສຍຊີວິດ

ເກີດອຸປະຕິເຫດລົດບັນຈຸຊາວຫວຽດນາມຢູ່ແຂວງສາລະວັນ,ລາວເຮັດໃຫ້8ຄົນໄດ້ຮັບບາດເຈັບແລະເສຍຊີວິດ - ảnh 1
ເກີດ​ອຸ​ປະ​ຕິ​ເຫດ​ລົດ​​ເມຕຳ​ກັນ​​ຢ່າງ​ຮ້າຍ​ແຮງ ເຮັດ​ໃຫ້
ຊ​າວ​ຫວຽດ​ນາມ 8 ຄົນໄດ​້ຮັບ​ບາດ​ເຈັບ​ແລະເສຍ​ຊີ​ວິດ
(ພາບອິນ​ເຕີ​ແນັດ)


( vovworld)- ວັນ​ທີ 5/10, ຢູ່​ແຂວງ​ສາ​ລະ​ວັນ, ພາກ​ໃຕ້​ຂອງ​ລາວ​ ເກີດ​ອຸ​ປະ​ຕິ​ເຫດ​ລົດ​​ເມຕຳ​ກັນ​​ຢ່າງ​ຮ້າຍ​ແຮງ ເຮັດ​ໃຫ້​ຊາວ​ຫວຽດ​ນາມ 8 ຄົນໄດ​້ຮັບ​ບາດ​ເຈັບ​ແລະເສຍ​ຊີ​ວິດ. ໃນ​ເວ​ລາ​ເກີດ​ອຸ​ປະ​ຕິ​ເຫດ, ຢູ່​ເທິງ​ລົດ​ເມ ປ້າຍ​ລົດ​ລາວ ມີ​ຜູ້​ໂດຍ​ສານ 15 ຄົນ​ກຳ​ລັງ​ເດີນ​ທາງ​ຈາກ​ຫວຽດ​ນາມ​ໄປ​ລາວ, ສ່ວນ​ລົດ 16 ບ່ອນ​ນັ່ງ ປ້າຍ​ລົດ​ໝາຍ​ເລກ 74B-001.54 ໂດຍ​ສານນັກ​ທ່ອງ​ທ່ຽວ 8 ຄົນ​ກຳ​ລັງ​ເດີນ​ທາງ​​ຈາກ​ປາກ​ເຊມຸ່ງ​ໜ້າ​ມາ​ຫວຽດ​ນາມ. ການ​ເກີດ​ອຸ​ປະ​ຕິ​ເຫດ​ຄັ້ງ​ນີ້​ເຮັດ​ໃຫ້​ມີ 1 ຄົນ​ເສຍ​ຊີ​ວິດ​ຄາ​ທີ່ ແລະ 7 ຄົນ​ໄດ້​ຮັບ​ບາດ​ເຈັບ, ໃນ​ນັ້ນມີ 4 ຄົນ​ເຈັບ​ໜັກ. ຫົວ​ໜ້າ​ກົງ​ສູນ​ຫວຽດ​ນາມ​ປະ​ຈຳ​ແຂວງ​ຈຳ​ປາ​ສັກ ລາວ ໃຫ້​ຮູ້​ວ່າ: ມາ​ຮອດ​ຈຸດ​ເວ​ລານີ້ ​ແມ່ນ​ກຳ​ນົດ​​ໄດ້ຜູ້​ໂດຍ​ສານ​ທີ່​ປະ​ສົບ​ອຸ​ປະ​ຕິ​ເຫດ​ ຈຳ​ນວນ​ໜຶ່ງ​ແລ້ວ, ລວມ​ມີ​ຄົນຂັບ​ລົດ 16 ບ່ອນ​ນັ່ງ ຊື່​​ວ່າ ຊວນ ແລະ ຜູ້​ໂດຍ​ສານ​ອີກ 3 ຄົນ​ແມ່ນ ເຈືອງ​ແທງ​ຈຸງ, ຟ໋າຍ​ວັນ​ແກງ, ຮ​ວ່າງ​ບ໋າ​ຕິ, ​ຄົນ​ຂັບ​ລົດ​ປ້າຍ​ລາວ​ແມ່ນ ຮ​ວ່າງ​ແທງ​ລອງ.  ປະ​ຈຸ​ບັນ​ຫົວ​ໜ້າ​ກົງ​ສູນ​ຫວຽດ​ນາມ​ປະ​ຈຳ​ບັນ​ດາ​ແຂວງ​ພາກ​ໃຕ້​ຂອງ​ລາວ ພວມ​ປະ​ສານ​ສົມ​ທົບ​ກັບ​ເຈົ້າ​ໜ້າ​ທີ່ທ້ອງ​ຖິ່ນ ເພື່ອ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງຈາກ​ ​ອຸ​ປະ​ຕິ​ເຫດ​ຄັ້ງ​ນີ້.

 


ຂ່າວ/ບົດ​ອື່ນ