ເກີດເຫດຍິງປືນຢູ່ Strasbourg, ປະເທດ ຝລັ່ງ, ເຮັດໃຫ້ຫຼາຍຄົນຖືກເສຍຊີວິດ ແລະ ຮັບບາດເຈັບ

(VOVWORLD) - ປະຈຸບັນ, ຕະຫຼາດແຫ່ງນີ້ໄດ້ຍ້າຍໄປຕັ້ງຢູ່ບ່ອນອື່ນ ແລະ ມີຕຳຫຼວດ ປະກອບອາວຸດໄດ້ໄປຍັງສະຖານທີ່ເກີດເຫດ...
ເກີດເຫດຍິງປືນຢູ່ Strasbourg, ປະເທດ ຝລັ່ງ, ເຮັດໃຫ້ຫຼາຍຄົນຖືກເສຍຊີວິດ ແລະ ຮັບບາດເຈັບ - ảnh 1 ສະຖານທີ່ເກີດເຫດ

ຕອນຄ່ຳວັນທີ 11 ທັນວາ, ເກີດເຫດຍິງປືນຢູ່ເຂດຕະຫຼາດ ຄຼິດສະມາດ ຢູ່ໃຈກາງນະຄອນ Strasbourg ຂອງປະເທດ ຝລັ່ງ, ເຮັດໃຫ້ຢ່າງໜ້ອຍສຸດມີ 4 ຄົນຖືກເສຍຊີວິດ ແລະ 11 ຄົນຖືກຮັບບາດເຈັບ. ປະຈຸບັນ, ຕະຫຼາດແຫ່ງນີ້ໄດ້ຍ້າຍໄປຕັ້ງຢູ່ບ່ອນອື່ນ ແລະ ມີຕຳຫຼວດ ປະກອບອາວຸດໄດ້ໄປຍັງສະຖານທີ່ເກີດເຫດ.

        ສື່ມວນຊົນ ຝລັ່ງ ໄດ້ຄັດສະເໜີແຫຼ່ງຂ່າວຂອງຕຳຫຼວດໂດຍໃຫ້ຮູ້ວ່າ: ພາຍຫຼັງການບຸກໂຈມຕີ, ກຳລັງພິເສດໄດ້ດຳເນີນການຈັບຕົວເປົ້າໝາຍຜູ້ກໍ່ເຫດ.

        ປະຈຸບັນ, ບໍ່ທັນຮູ້ແຈ້ງສາເຫດພາໃຫ້ເກີດການຍັງກັນ, ແຕ່ເຈົ້າໜ້າທີ່ໄອຍະການຕ້ານການກໍ່ການຮ້າຍໄດ້ເປີດການສອບສວນ. ທ່ານ Christophe Cataner, ລັດຖະມົນຕີກະຊວງພາຍໃນ ຝລັ່ງ ໃຫ້ຮູ້ວ່າ: ອົງການປ້ອງກັນຄວາມສະຫງົບໃຫ້ຮູ້ຊີວະປະຫວັດຂອງຜູ້ກໍ່ເຫດ, ໃນຂະນະທີ່ອຳນາດການປົກຄອງທ້ອງຖິ່ນໃຫ້ຮູ້ວ່າ ເປົ້າໝາຍແມ່ນນອນໃນບັນຊີລາຍຊື່ພວມຖືກຕິດຕາມຂອງອົງການສືບລາຊະການລັບ.

ຕອບກັບ

ຂ່າວ/ບົດ​ອື່ນ