ເກີດເຫດວາງລະເບີດດ້ວຍລົດໂອໂຕຢູ່ພາກໃຕ້ຂອງໄທ

ເກີດເຫດວາງລະເບີດດ້ວຍລົດໂອໂຕຢູ່ພາກໃຕ້ຂອງໄທ - ảnh 1
ເກີດເຫດ​ວາງ​ລະ​ເບີດ​ດ້ວຍ​ລົດ​ໂອ​ໂຕ​ຢູ່​ດ້ານ​ນອກ​ຂອງ​ໂຮງ​ແຮມ​ Holiday ທີ່​ແຂວງ ຢາ​ລາ ທາງ​ພາກ​ໃຕ້​ໄທ
(ພາບ:reuters)

vovworld)- ຕຳຫຼວດ​ໄທ​ໃຫ້​ຮູ້​ວ່າ ມີ​ຜູ້​ເສຍ​ຊີວິດ 3 ຄົນ ​ແລະ ອີກ 36 ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ເຫດ​ວາງ​ລະ​ເບີດ​ດ້ວຍ​ລົດ​ໂອ​ໂຕ​ຢູ່​ດ້ານ​ນອກ​ຂອງ​ໂຮງ​ແຮມ​ Holiday ທີ່​ແຂວງ ຢາ​ລາ ທາງ​ພາກ​ໃຕ້​ໄທ​ເມື່ອ​ວັນ​ທີ 25/7. ກ່ອນ​ໜ້າ​ນັ້ນ, ຕຳຫຼວດ​ໄທ​​ໄດ້​ຮັບ​ການ​ກ່າວ​ເຕືອນກ່ຽວ​ກັບ​ໄພ​ຂາດ​ສະຖຽນ​ລະ​ພາບ​ທີ່​ພວມ​ກັບ​ຕ່າວ​ຄືນ​ມາ​ຢູ່​ເຂດ​ພາກ​ໃຕ້​ໄທ ຂະນະ​ທີ່​ເທດສະການ ຣາມາດາ​ນ ຂອງ​ຊາວ​ມຸດ​ສະ​ລິ​ມ​ໃກ້​ຈະ​ສິ້ນ​ສຸດ.

       ປະຈຸ​ບັນ, ອຳນາ​ດການ​ປົກຄອງ​ທາງ​ທະຫານ​ຂອງ​ໄທ ​ໄດ້​ຖະ​ແຫຼ​ງວ່າ ບຸລິມະສິດ​ໂດຍ​ດ່ວນ​ຂອງ​ປະ​ເທດ​ຊາດ ​ແມ່ນ​ຟື້ນ​ຟູ​ສັນຕິພາບ​ຢູ່​ພາກ​ໃຕ້. ຜູ້ນຳ​ ອຳນາ​ດການ​ປົກຄອງ​ທາງ​ທະຫານ​ຂອງ​ໄທ ນາຍ​ພົນ ປຣະຢຸດ ຢືນຢັນ​ຈະ​ເຊື່ອມ​ຕໍ່​ການ​ເຈລະຈາ​ຄືນ​ໃໝ່​ເພື່ອ​ນຳ​ສັນຕິພາບ​ມາສູ່​ບັນດາ​ແຂວງ ທາງ​ພາກ​ໃຕ້​ໄທ. ທ່່ານ​ເນັ້ນ​ໜັກ​ວ່າ ອຳນາ​ດການ​ປົກຄອງ​ທາງ​ທະຫານ​ຂອງ​ໄທ ຢາກ​ນຳ​ໃຊ້​ບັນດາ​ຍຸດ​ທະ​ສາດ​ການ​ເມືອງ​ເໜືອກ​ວ່າ​ບັນດາ​ຍຸດທະວິທີ​ການ​ທະຫານ​ຢູ່​ພາກ​ໃຕ້​ໄທ.


ຂ່າວ/ບົດ​ອື່ນ