ເກີດເຫດວາງລະເບີດຢູ່ນອກສະຖານກົງສູນອາເມລິກາ ປະຈຳອີຣັກ

ເກີດເຫດວາງລະເບີດຢູ່ນອກສະຖານກົງສູນອາເມລິກາ ປະຈຳອີຣັກ - ảnh 1
(ພາບປະກອບ: Reuters)

​(vovworld) –  ວັນ​ທີ 17/04, ​ເຫດ​ວາງ​ລະ​ເບີດດ້ວຍ​ລົດ​ໂອ​ໂຕ ​ໄດ້​ເກີດ​ຂຶ້ນ​ຢູ່​ໃກ້​ກັບ​ສະຖານກົງ​ສູນ​ອາ​ເມ​ລິ​ກາ ຢູ່​ເມືອງ​ເອກ Erb il ຂອງ​ເຂດ​ປົກຄອງ​ດ້ວຍ​ຕົນ​ເອງ Kurd ຢູ່​ອີຣັກ. ​ເຫດ​ວາງ​ລະ​ເບີດ​ດັ່ງກ່າວ​ເຮັດ​ໃຫ້​​ໜ້ອຍ​ສຸດ​ມີ 1 ຄົນ​ເສຍ​ຊີວິດ ​ແລະ 5 ຄົນ​ຖືກ​ບາດ​ເຈັບ, ​ແຕ່​ວ່າ​ບໍ່ມ​ີຊາວ​ອາ​ເມ​ລິ​ກາ ​ຄົນໃດຖືກ​ເສຍ​ຊີວິດ ​ແລະ ຮັບບາດ​ເຈັບ. ຜູ້​ວາງ​ລະ​ເບີດ​ສະຫຼະ​ຊີບ​ ​ໄດ້​ຊອກ​ຫາ​ວິທີ​​ເຂົ້າ​​ໃກ້ສະຖານ​ກົງ​ສູນ​ອາ​ເມ​ລິ​ກາ, ​ແຕ່​ກຳລັງ​ປ້ອງ​ກັນໄດ້​ພົບ​ເຫັນ ​ແລະ ຍິງ​ຜູ້​ນີ້. ຜູ້​ນີ້​ໄດ້​ທຳລະ​ເບີດ​ແຕກ​ກ່ອນ​ທີ່​ໄປ​ຮອດ​ປະຕູ​ເຂົ້າ​ສະຖານກົງ​ສູນ​. ກຳລັງ IS ​ໄດ້​ກ່າວຮັບຜິ​ກຊອບ​ຕໍ່​ການ​ບຸກ​ໂຈມ​ຕີ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ