ເກືອບ 13 ຕື້ດົ່ງສະຫງວນໃຫ້ການເບິ່ງແຍງດູແລໃຫ້ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກພິເສດ

(VOVWORLD) - ວັນທີ 16 ມິຖຸນາ, ທີ່ນະຄອນ ດ່າໜັງ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ສົມທົບກັບກອງທຶນໜູນຊ່ວຍເດັກ ຫວຽດນາມ ຈັດຕັ້ງລາຍການ “ພົບປະກັບບັນດາວິສາຫະກິດ ເພື່ອເດັກ ຫວຽດນາມ”.
ເກືອບ 13 ຕື້ດົ່ງສະຫງວນໃຫ້ການເບິ່ງແຍງດູແລໃຫ້ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກພິເສດ - ảnh 1 ເກືອບ 13 ຕື້ດົ່ງສະຫງວນໃຫ້ການເບິ່ງແຍງດູແລໃຫ້ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກພິເສດ

ລາຍການນີ້ ແນໃສ່ເປົ້າໝາຍຂົນຂວາຍແຫຼ່ງກຳລັງຊ່ວຍເຫຼືອເດັກ ທີ່ປະສົບກັບຄວາມຫຍຸ້ງຍາກພິເສດ.

        ທ່ານ ຮ່ວາງວັນຕ໋ຽນ, ຜູ້ອຳນວຍການກອງທຶນໜູນຊ່ວຍເດັກ ຫວຽດນາມ ໃຫ້ຮູ້ວ່າ: “ຜ່ານການເຄື່ອນໄຫວນີ້, ພວກຂ້າພະເຈົ້າຮຽກຮ້ອງບັນດາວິສາຫະກິດ, ນັກທຸລະກິດອາດຈະສືບຕໍ່ຮ່ວມແຮງຮ່ວມໃຈພ້ອມກັບລັດ ມີແຫຼ່ງກຳລັງໜູນຊ່ວຍໃຫ້ເດັກ ຫວຽດນາມ ຕື່ມອີກ. ໃນນັ້ນ ບັນດາການເຄື່ອນໄຫວບຸລິມະສິດຄື: ໜູນຊ່ວຍການຜ່າຕັດໝາກຫົວໃຈ, ທຶນສຶກສາ, ກໍ່ສ້າງໂຮງຮຽນ, ບັນດາເຮືອນກິນນອນໃຫ້ເດັກ ຢູ່ເຂດຫ່າງໄກສອກຫຼີກ”.

ຕອບກັບ

ຂ່າວ/ບົດ​ອື່ນ