ເກືອບ 1,5 ຕື້ດົງ ສະໜັບສະໜູນ “ປີໃໝ່ເພື່ອຜູ້ປະສົບ ເຄາະຮ້າຍຈາກທາດພິດສີສົ້ມ 2015” ດ່ານັ້ງ

ເກືອບ 1,5 ຕື້ດົງ ສະໜັບສະໜູນ “ປີໃໝ່ເພື່ອຜູ້ປະສົບ ເຄາະຮ້າຍຈາກທາດພິດສີສົ້ມ 2015” ດ່ານັ້ງ - ảnh 1
(ພາບປະກອບ)

(vovworld) – ​ສະໜັບສະໜູນ​ຂະ​ບວນການ “ປີ​ໃໝ່​ເພື່ອ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ 2015” ​ໂດຍ​ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊິນ ນະຄອນ​ດ່າ​ນັ້ງ ປຸກລະດົມ. ​ໃນ​ຕອນ​ເຊົ້າ​ວັນ​ທີ 20/01, ​​ບັນດາ​ອົງການ​ຈັດ​ຕັ້ງ, ວິ​ສາ​ຫະກິດ, ບຸກຄົນ​ໄດ້​ບໍລິຈາກ​​ເງິນ​​ເກືອບ 1,5 ຕື້​ດົງ ​ແລະ ຂອງຂວັນ​ນັບ​ພັນ​ພູດ ສົ່ງ​ເສີມ​ຜູ້ປະສົບ​ເຄາະ​ຮ້າຍຈາກ​ທາດ​ພິດ​ສີ​ສົ້ມ​ໃນ​ບໍລິ​ເວັນ​ນະຄອນ.

        ນະຄອນ​ດ່າ​ນັ້ງ ມີຜູ້ປະສົບ​ເຄາະ​ຮ້າຍຈາກ​ທາດ​ພິດ​ສີ​ສົ້ມກວ່າ 5.000 ຄົນ. ​ໃນ 10 ປີຜ່ານມາ, ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊິນ ນະຄອນ​ດ່າ​ນັ້ງ ​ລະດົມ​ບໍລິຈາກ​ເງິນໄດ້​ກວ່າ 70 ຕື້​ດົງ ​ເພື່ອ​ສົ່ງ​ເສີມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​. ຈາກ​ຈຳນວນ​ເງິນ​ດັ່ງກ່າວ, ສະມາຄົມ​ໄດ້​ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ກໍ່ສ້າງ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ​ກວ່າ 200 ຫຼັງ, ມອບ​ລົດ​ເຂັນ ​ແລະ ໜູນ​ຊ່ວຍ​ທຶນ​ພັດທະນາ​ການ​ຜະລິດ​ໃຫ້​ຄອບຄົວຜູ້ປະສົບ​ເຄາະ​ຮ້າຍຈາກ​ທາດ​ພິດ​ສີ​ສົ້ມດີ​​ໂອຊິນ ​ເພື່ອ​ໃຫ້​ເຂົາ​ເຈົ້າບືນ​ຕົວ​ຂຶ້ນ​ເຊື່ອມ​ໂຍງ​​ເຂົ້າ​ກັບ​ສັງຄົມ. ທ່ານ​ນາງ ຫງວຽນ​ທິຮ່ຽນ, ປະທານ​ສະມາຄົມຜູ້ປະສົບ​ເຄາະ​ຮ້າຍຈາກ​ທາດ​ພິດ​ສີ​ສົ້ມ​ນະຄອນ​ດ່າ​ນັ້ງ ​ໃຫ້​ຮູ້​ວ່າ.

        “​ໃນ​ໄລຍະ 10 ປີຜ່ານມາ, ຖ້າຫາກ​ບໍ່​ມີ​ການ​ຮ່ວມ​ມື​ແບ່ງປັນ​ຂອງ​ບັນດາ​ອົງການ, ບຸກຄົນ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ພວກ​ຂ້າພະ​ເຈົ້າ​ບໍ່​ສາມາດ​ສືບ​ຕໍ່​ວຽກ​ງານ​ສົ່ງ​ເສີມຜູ້ປະສົບ​ເຄາະ​ຮ້າຍຈາກ​ທາດ​ພິດ​ສີ​ສົ້ມ​ດີ​ໂອ​ຊິນ, ລະດົມ​ກຳລັງ​ໃຈ ​ແລະ ຊ່ວຍ​ໃຫ້​ເຂົາ​ເຈົ້າ​ບື່ນຕົວ​ຂຶ້ນ​ເຊື່ອມ​ໂຍງ​ເຂົ້າ​ກັບ​ວົງ​ຄະນະ​ຍາດ​ໄດ້. ປີ​ມະ​ແມ ​ໃກ້​ຈະ​ວຽນມາ​ແລ້ວ, ຂ້າພະ​ເຈົ້າ​ປາດ​ຖະໜາ​ວ່າ, ບັນດາ​ຜູ້​ມີໃຈ​ບຸນ​ໃຈ​ກຸ້​ສົນທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ຈົ່ງ​ຮ່ວມ​ແຮງ​ຮ່ວມ​ໃຈສະ​ໜັບສະ​ໜູນ​ຂອງຂວັນ​ປີ​ໃໝ່​ໃຫ້ຜູ້ປະສົບ​ເຄາະ​ຮ້າຍຈາກ​ທາດ​ພິດ​ສີ​ສົ້ມ ​ເພື່ອ​ໃຫ້​ເຂົາ​ເຈົ້ຮ​ໄດ້​ຕ້ອນຮັບ​ປີໃໝ່​ດ້ວຍ​ຄວາມ​ອົບ​ອຸ່ນ”.

ຂ່າວ/ບົດ​ອື່ນ