ເກືອບ 8.000 ຄົນ ເຂົ້າຮ່ວມການຍ່າງເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ

ເກືອບ 8.000 ຄົນ ເຂົ້າຮ່ວມການຍ່າງເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ - ảnh 1
(ເກືອບ 8.000 ຄົນເຂົ້າຮ່ວມການຍ່າງ
ເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ)


​​(vovworld) - ເກືອບ 8.000 ຄົນ​ເຂົ້າ​ຮ່ວມ​ການ​ຍ່າງ​ເພື່ອ​ຜູ້​ປະສົບ​​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ​ເຊີ່​ງ​ໄດ້ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 02/08, ຢູ່​ສວນ​ສາ​ທາລະນະ ​ເດີ​ມ​ແຊ​ນ, ນະຄອນ​ໂຮ່ຈິ​ມິນ, ​ເຫດການ​ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ໂດຍ​ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້ານ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີ​ນ ນະຄ​ອນ​ໂຮ່ຈິ​ມິ​ນ ຈັດ​ຕັ້ງ, ​ເພື່ອ​ສະ​ເຫຼີ​ມສະຫຼອງ​ວັນ​ເພື່ອຜູ້​ປະສົບ​​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມຫວຽດນາມ 10/08. ກ່າວ​ຄຳ​ເຫັນ​ທີ່​ພິທີ, ພົນ​ໂທ ຫງວຽນ​ວັນຣິງ, ປະທານສະມາຄົມ​ຜູ້​ປະສົບ​ເຄາະ​ຮ້ານ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີ​ນ ຫວຽດນາມ ​ເນັ້ນ​ໜັກ​ວ່າ​, ​ການ​ເຄື່ອນ​​ໄຫ​ວນີ້​ແມ່ນ​ເພື່ອ​ແນ​ໃສ່​ປະກອບສ່ວນ​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງວົງ​ຄະນະ​ຍາດສັງຄົມ ກ່ຽວ​ກັບ​​ເຫດ​ວິນາດ​ສະ​ກຳ​ທາດພິດ​ສີ​ສົ້ມ​ຢູ່​ຫວຽດນາມ, ລະ​ດົມກຳລັງ​ໃຈ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ຮ່ວມ​​​ແຮງ​ຮ່ວມ​ໃຈ​​ເພື່ອຫຼຸດຜ່ອນຄວາມ​ເຈັບ​ປວດ​ກ່ຽວ​ກັບ​ທາດພິດ​ສີ​ສົ້ມ. ການ​ຍ່າງຄັ້ງ​ນີ້​ແມ່ນ​ສະ​ແດງ​ໃຫ້​ເຫັນ​ການ​ສະໜັບສະໜູນ​ຢ່າງ​ແຮງ​ຂອງ​ປະຊາ​ຊົນ​ຫວຽດນາມ ສຳລັບ​ການ​ຕໍ່​ສູ້ທ່ວງ​ເອົາ​ຄວາມ​ຍຸຕິ​ທຳ​ຂອງ​ບັນດາ​ຜູ້​ປະສົບ​ເຄາະ​ຮ້ານ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີ​ນ ຫວຽດນາມ, ​ເຊິ່ງຜູ້​ຕາງໜ້າ​ແມ່ນ​ທ່ານ​ນາງ ​ເຈີ​ນ​ໂຕ໋ງາ, ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຝລັ່ງ ​ພວມ​ຮ້ອງ​ຟ້ອງ​ບັນດາ​ບໍລິ​ສັດ​ທາດ​ເຄມີຂອງອາ​ເມ​ລິ​ກາ ​ທີ່​ໄດ້​ຜະລິດ​ທາດພິດເຄມີ​ໃຫ້​ກອງທັບ​ອາ​ເມ​ລິ​ກາ ນຳ​ໃຊ້​ໃນ​ໄລຍະ​ສົງຄາມ​ຢູ່​ຫວຽດນາມ.

ຂ່າວ/ບົດ​ອື່ນ